Get Adobe Flash player

ກຸ່ມວຽກບໍລິຫານ ແລະ ຈັດຕັ້ງ

. ວຽກ ຄຸ້ມຄອງບໍລິຫານ

1)       ຄົ້ນຄວ້າ, ສ້າງລະບຽບພາຍໃນກົມ ແລະ ລະບຽບຄຸ້ມຄອງຕຶກອາຄານ ແລະ ອື່ນໆ ພາຍໃນກົມ;

2)       ຄົ້ນຄວ້າ, ຮ່າງໜັງສືສະເໜີ, ຂໍ້ຕົກລົງ, ແຈ້ງການ ແລະ ເອກະສານນິຕິກຳທາງດ້ານບໍລິຫານຕ່າງໆ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກົມ ເພື່ອນຳສະເໜີຂັ້ນເທິງພິຈາລະນາ ຕາມລະບຽບການ;

3)       ຄົ້ນຄ້ວາຂຶ້ນແຜນກໍ່ສ້າງ, ຄຸ້ມຄອງ, ສ້ອມແປງ, ຈັດຊື້ ພື້ນຖານວັດຖຸເຕັກນິກ, ຕຶກອາຄານ, ສວນດອກໄມ້ , ເດີ່ນຕໍ່ໜ້າ ແລະ ຫລັງຕຶກ, ພາຫະນະ, ວັດຖຸອຸປະກອນ, ເຄື່ອງໃຊ້ຫ້ອງການ ແລະ ວັດຖຸອື່ນໆ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງກົມ;

4)       ຄຸ້ມຄອງພື້ນຖານວັດຖຸເຕັກນິກ, ຕຶກອາຄານ, ຕຶກອາຄານ, ສວນດອກໄມ້ , ເດີ່ນຕໍ່ໜ້າ ແລະ ຫລັງຕຶກ, ພາຫະນະ, ວັດຖຸອຸປະກອນ, ເຄື່ອງໃຊ້ຫ້ອງການ ແລະ ວັດຖຸອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມ;

5)       ຄຸ້ມຄອງ, ປົກປັກຮັກສາເອກະສານທາງການ, ເອກະສານຂາເຂົ້າ-ຂາອອກ, ກາປະທັບໃຫ້ເປັນລະບຽບ ຮຽບຮ້ອຍ;

6)       ຄົ້ນຄ້ວາຈັດພີມ, ກວດກາ, ຮຽບຮຽງຄວາມຖືກຕ້ອງຂອງເອກະສານ ກ່ອນຈະນຳສະເໜີຄະນະກົມກໍ່ຄືຄະນະພະແນກມີຄຳເຫັນ ຫລື ສົ່ງອອກໄປຫາຂະແໜງ ແລະ ໜ່ວຍງານທີ່ກ່ຽວຂ້ອງ;

7)       ຕິດຕາມ, ບັນທຶກ-ສຳເນົາ, ຈັດສົ່ງ ເອກະສານ ເຊັ່ນ: ບັດເຊີນ, ແຈ້ງການ, ຂໍ້ຕົກລົງ ແລະ ອື່ນໆ;

8)       ພົວພັນ ແລະ ປະສານງານກັບພາກສ່ວນກ່ຽວຂ້ອງ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະກົມ ໃນການສ້າງ ແຜນການເຄື່ອນໄຫວ, ບັນທຶກ, ກະກຽມກອງປະຊຸມ, ຮັບຕ້ອນແຂກທີ່ມາພົວພັນ ແລະ ວຽກງານພິທີການອື່ນໆ;

9)       ເຂົ້າຮ່ວມ ແລະ ບັນທຶກກອງປະຊຸມສ່ອງແສງພາຍໃນກົມຢ່າງເປັນປົກກະຕິ;

10)     ສະຫຼຸບ-ສັງລວມ ແລະ ລາຍງານ ປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ ກ່ຽວກັບວຽກງານຂອງພະແນກ ເພື່ອລາຍງານ ຂັ້ນເທິງຕາມລະບຽບການ.

. ວຽກຄຸ້ມຄອງບຸກຄະລາກອນ

1)       ຄົ້ນຄວ້າ, ຂຶ້ນແຜນພັດທະນາ ແລະ ຍົກລະດັບໃຫ້ລັດຖະກອນພາຍໃນກົມ ທັງໄລຍະສັ້ນ ແລະ ໄລຍະຍາວ;

2)       ຄົ້ນຄວ້າ ແລະ ຂຶ້ນແຜນຄວາມຕ້ອງການລັດຖະກອນພາຍໃນກົມ ບົນພື້ນຖານການວິເຄາະ ຕຳແໜ່ງງານ ແລະ ເພື່ອສະເໜີ ຂັ້ນເທິງພິຈາລະນາຕົກລົງໃນແຕ່ລະປີ;

3)       ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງພິຈາລະນາກ່ຽວກັບການຄັດເລືອກ ແລະ ຮັບບັນຈຸ ລັດຖະກອນ   ໃໝ່ ໃນແຕ່ລະປີ;

4)       ສະເໜີຂັ້ນເທິງ ພິຈາລະນາ ກ່ຽວກັບການເລື່ອນ ຊັ້ນ-ຂັ້ນ ເງິນເດືອນ, ການຍົກຍ້າຍ, ການປະຕິບັດນະໂຍບາຍຕ່າງໆ ແລະ ປະຕິບັດວິໄນຕໍ່ລັດຖະກອນພາຍໃນກົມ;

5)       ເກັບກຳ, ສັງລວມ, ຄຸ້ມຄອງຖານຂໍ້ມູນ ແລະ ສຳນວນຊີວະປະຫວັດລັດຖະກອນຂອງກົມໃຫ້ເປັນລະບົບ;

6)       ຄົ້ນຄວ້າຄຳຮ້ອງ, ຄຳສະເໜີຂອງລັດຖະກອນພາຍໃນກົມ ກ່ຽວກັບນະໂຍບາຍຕ່າງໆ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາ;

7)       ສະຫລຸບ, ສັງລວມ ແລະ ລາຍງານການປະຕິບັດວຽກງານຈັດຕັ້ງ-ນະໂຍບາຍ ຕໍ່ຄະນະນຳຂອງກົມ ຢ່າງເປັນປົກກະຕິ.

8)       ສັງລວມ ແລະ ສ້າງກົນໄກສະໜັບສະໜູນໃນການຈັດຕັ້ງປະຕິບັດເຊື່ອມໂຍງບົດບາດຍິງຊາຍຂອງຂະແໜງການປ່າໄມ້.

. ວຽກຄຸ້ມຄອງການເງິນ

1)       ຂຶ້ນແຜນງົບປະມານປະຈຳເດືອນ, ງວດ ແລະ ປະຈຳ ປີ ເພື່ອນຳສະເໜີຫາກົມແຜນ( ກະຊວງກະສິກຳ ແລະ ປ່າໄມ້ ) ເພື່ອສັງລວມເຂົ້າໃນແຜນລວມຂອງກະຊວງ;

2)       ສັງລວມຂໍ້ມູນ ແລະ ລາຍງານການເງິນ ລາຍຮັບ-ຈ່າຍ ຂອງກົມ ເພື່ອພ້ອມທີ່ຈະປັບປຸງຂໍ້ມູນ, ຄິດໄລ່ ໃຫ້ຖືກຕ້ອງ ໃນການນຳໄປໃຊ້ ແຕ່ລະໄລຍະ;

3)       ຂື້ນແຜນໃນການໃຊ້ຈ່າຍງົບປະມານເຄື່ອນໄຫວໃນແຕ່ລະກິດຈະກຳຂອງກົມໃຫ້ລະອຽດ ຊັດເຈນ;

4)       ສຶກສາ ແລະ ປະເມີນການໃຊ້ຈ່າຍງົບປະມານຂອງກົມ ເພື່ອເຮັດໃຫ້ການໃຊ້ຈ່າຍມີປະສິດທິພາບ  ແລະ ໃຊ້ເປັນ ແນວທາງໃນການຄາດຄະເນການໃຊ້ຈ່າຍຕ່າງໆ ຂອງງົບປະມານໃນແຕ່ລະປີ;

5)       ຄຸ້ມຄອງຄັງເງີນສົດ ພ້ອມທັງກວດກາ, ສະຫຼຸບໃຫ້ຄະນະກົມຮັບຮູ້ຢ່າງເປັນປົກກະຕິ;

6)       ສະຫລູບລາຍຮັບ-ລາຍຈ່າຍງົບປະມານ ແລະ ລາຍຮັບຈາກການເຄື່ອນໄຫວທາງດ້ານວິຊາການ ຂອງກົມປະຈຳ ເດືອນ, ປະຈຳງວດ, 6 ເດືອນ ແລະ ປະຈຳປີ ເພື່ອລາຍງານ ແລະ ນຳສະເໜີຄະນະນຳກະຊວງພິຈາລະນາ;

7)       ປະສານສົມທົບກັບກົມແຜນການ, ກະຊວງ ກະສິກໍາ ແລະ ປ່າໄມ້ ເພື່ອຕິດຕາມການຈັດຊື້ ແລະ ການຊຳລະຄ່າໃຊ້ຈ່າຍ ບໍລິຫານ ອື່ນໆພາຍໃນກົມຕາມພາລະບົດບາດ ແລະ ລະບຽບຫລັກການ ຂອງກະຊວງການເງິນ;

8)       ສະຫລູບບັນຊີ  ແລະ ລາຍງານສະພາບທາງດ້ານການເງິນ ເພື່ອສະແດງສະຖານະທາງດ້ານ ການເງິນ ແລະ ໃຊ້ເປັນຖານຂໍ້ມູນ ຢັ້ງຢືນທີ່ຖືກຕ້ອງຕາມລະບຽບ ວິທີການທີວາງໃວ້;

9)       ຕິດຕາມ, ສະຫລູບ ແລະ ລາຍງານການການໃຊ້ຈ່າຍງົບປະມານຂອງກົມ ເຂົ້າໃນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ແຕ່ລະໄລຍະ.

10)     ສະຫຼຸບ-ສັງລວມ ແລະ ລາຍງານ ປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ ກ່ຽວກັບລາຍຮັບ-ຈ່າຍຂອງກົມ ເພື່ອລາຍງານ ຄະນະກົມ ຕາມລະບຽບການ.