ປະທານປະເທດ ເນັ້ນລັດຖະບານເປັນເຈົ້າການ ປະຕິບັດວຽກງານຄຸ້ມຄອງລັດດ້ວຍກົດໝາຍ

ປະທານປະເທດ ເນັ້ນລັດຖະບານເປັນເຈົ້າການ ປະຕິບັດວຽກງານຄຸ້ມຄອງລັດດ້ວຍກົດໝາຍ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ເນັ້ນໃຫ້ຄະນະລັດຖະບານ ຊຸດທີ VIII ເອົາໃຈໃສ່ຢ່າງຫ້າວຫັນ ເຂົ້າໃນການຈັດຕັ້ງປະຕິບັດບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຄຽງຄູ່ກັບການປະຕິບັດວຽກງານຄຸ້ມຄອງລັດດ້ວຍກົດໝາຍຢ່າງເຂັ້ມງວດ ເຕົ້າໂຮມຄວາມສາມັກຄີບັນດາເຜົ່າໃຫ້ມີຄວາມໜັກແໜ້ນ ເພື່ອການພັດທະນາທີ່ສອດຄ່ອງ-ຍືນຍົງ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງເສດຖະກິດ-ສັງຄົມ ພາຍໃນ-ພາກພື້ນ.

ວັນທີ 29 ເມສາ 2016 ຢູ່ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະລັດຖະບານ ຊຸດທີ VIII ເຊິ່ງໄດ້ຮັບການຕ້ອນຮັບອັນອົບອຸ່ນ ແລະ ຮັບຟັງລາຍງານຫຍໍ້ ສະພາບການເຄື່ອນໄຫວປະຕິບັດໜ້າທີ່ຂອງລັດຖະບານ ຊຸດທີ VII ຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍລັດຖະບານ ຊຸດທີ VII ພາຍໃຕ້ການນຳພາຂອງທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ໄດ້ມີຜົນສຳເລັດໃນການຊີ້ນຳ-ນຳພາ ວຽກງານພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຫຼາຍດ້ານ ອັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆມາ ເຊິ່ງລັດຖະບານ ຊຸດທີ VIII ຢືນຢັນຈະສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຄຽງຄູ່ກັບການປັບປຸງ-ແກ້ໄຂບາງຈຸດຄົງຄ້າງ ໃຫ້ໄດ້ຮັບການພັດທະນາດີຂຶ້ນ ໂດຍສະເພາະແມ່ນ ວຽກງານການອຳນວຍຄວບຄຸມດ້ານເສດຖະກິດ ມີບາງດ້ານຍັງບໍ່ສັກສິດເທົ່າທີ່ຄວນ ແຜນງົບປະມານບາງດ້ານຍັງບໍ່ບັນລຸຕາມຄາດໝາຍ ການປະຕິບັດແຜນການ-ການເງິນຍັງບໍ່ເຂັ້ມງວດ ແລະ ຂາດປະສິດທິຜົນ ເຮັດໃຫ້ໜີ້ສິນຂອງລັດເພີ່ມຂຶ້ນ ເຊິ່ງຄະນະລັດຖະບານ ຊຸດທີ VIII ຕ້ອງເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ-ແກ້ໄຂວຽກງານດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງຍິ່ງຂຶ້ນ.

ໂອກາດດັ່ງກ່າວ ທ່ານປະທານປະເທດ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຄະນະລັດຖະບານຊຸດໃໝ່ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ກໍ່ຄືປະຊາຊົນລາວບັນດາເຜົ່າ ໃຫ້ເຂົ້າມາຈັດຕັ້ງປະຕິບັດວຽກງານບໍລິຫານປະເທດ ໂດຍຄະນະລັດຖະບານ ຊຸດທີ VIII ພາຍໃຕ້ການນຳພາຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖືວ່າເປັນລັດຖະບານທີ່ມີຄວາມພ້ອມ ແລະ ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດສິດໜ້າທີ່ສຳຄັນຂອງຕົນ ນອກຈາກການເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງລັດດ້ວຍກົດໝາຍ ແລະ ການເຕົ້າໂຮມຄວາມສາມັກຄີບັນດາເຜົ່າແລ້ວ ລັດຖະບານຕ້ອງເປັນເຈົ້າການສຸມໃສ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ກໍ່ຄືບັນດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເທື່ອທີ VIII ໃຫ້ປາກົດຜົນເປັນຈິງ ແນໃສ່ຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ບໍ່ໃຫ້ຫຼຸດ 7,5% ຕໍ່ປີ GDP ສະເລ່ຍຮອດປີ 2020 ໃຫ້ບັນລຸ 3.190 ໂດລາສະຫະລັດຕໍ່ຄົນຕໍ່ປີ ລາຍຮັບງົບປະມານໃຫ້ບັນລຸໄດ້ 23-25% ຂອງ GDP ແລະ ມູນຄ່າການສົ່ງອອກໃຫ້ຂະຫຍາຍຕົວບໍ່ໃຫ້ຫຼຸດ 15% ລວມທັງອັດຕາຄວາມທຸກຍາກຂອງປະຊາກອນໃຫ້ຫຼຸດ 10% ເປັນຕົ້ນ.

ພາບແລະຂ່າວ: ວຽງຈັນໃໝ່

 
 
Facebook Comments

About the Author

Phonepaseuth Vongsipasom administrator

Leave a Reply