ພິທີມອບ-ຮັບ ເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ

ພິທີມອບ-ຮັບ ເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ

 

 

ໃນຕອນເຊົ້າຂອງວັນທີ 22 ມີນາ 2016 ທີ່ຫ້ອງປະຊຸມຫ້ອງການກະຊວງກະສິກໍາ ແລະ

ປ່າໄມ້ ໄດ້ຈັດພິທີມອບ-ຮັບເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ມິເຈວ ກາສ ເອກອັກຄະລັດຖະທູດ ແຫ່ງປະເທດເຢຍລະມັນ. ມີບັນດາກົມ, ຫ້ອງການ ອ້ອມຂ້າງກະຊວງ, ອົງການສະຫະພັນສະຫະກອນ ແລະໄຣໄຟເຊີນ ແຫ່ງເຢຍລະມັນ ປະຈໍາລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອຜັນຂະຫຽາຍເນື້ອໃນຈິດໃຈດໍາລັດ ເລກທີ 136/ນຍ, ລົງວັນທີ, 5/3/2010 ວ່າດ້ວຍສະຫະກອນ, ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ແລະຄຸ້ມຄອງກຸ່ມຜູ້ຜະລິດກະສິກໍາສະບັບເລກທີ 2984/ກປ,ລົງວັນທີ 25/9/2014. ໄລຍະທີ 1 ກົມສົ່ງເສີມກະສິກໍາ ແລະສະຫະກອນ ຮ່ວມກັບອົງການສະຫະພັນສະຫະກອນເຍັຽລະມັນໄດ້ຈັດຕັ້ງປະຕິບັດໂຄງການພັດທະນາສະຫະກອນຢູ່ ສປປ ລາວ ມາແລ້ວ 4 ປີ. ໃນໄລຍະທີ 2 ຂອງໂຄງການ, ທັງສອງຝ່າຍໄດ້ປະກອບສ່ວນສ້າງນິຕິກໍາອັນຈໍາເປັນ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງຕັ້ງ, ຄຸ້ມຄອງ ແລະບໍລິຫານສະຫະກອນການຜະລິດກະສິກໍາ. ເອກະສານທີ່ນໍາມາມອບໃນຄັ້ງນີ້, ໄດ້ຮັບການຮຽບຮຽງເປັນພາສາອັງກິດ ແລະ ພາສາລາວມີທັງໝົດ 13.800 ຫົວ ແລະ ໄດ້ແຈກຢາຍໄປແລ້ວ 2.600 ຫົວໃຫ້ແກ່ພະນັກງານວິຊາການກ່ຽວຂ້ອງໃນຂອບເຂດທົ່ວປະເທດ. ສໍາລັບການຈັດພີມປຶ້ມດັ່ງກ່າວໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ອົງການສະຫະພັນສະຫະກອນ ແລະໄຣໄຟເຊີນແຫ່ງເຢຍລະມັນ ປະຈໍາລາວ.ໃຫ້ກຽດມອບເອກະສານນິຕິກໍາໃນຄັ້ງນີ້ໂດຍທ່ານ ໂຮນເກີ ກຼາດ ຫົວໜ້າອົງການສະຫະພັນສະຫະກອນ ແລະໄຣໄຟເຊີນແຫ່ງເຢຍລະມັນ ປະຈໍາລາວ ແລະໃຫ້ກຽດຮັບໂດຍທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນກະຊວງກະສິກໍາ ແລະປ່າໄມ້. ໂດຍຊ່ອງໜ້າບັນດາຜູ້ຕ່າງໜ້າຈາກກົມ, ສະຖາບັນ, ຫ້ອງການ ແລະວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວໂດຍ: ສອນເພັດ ສຸລິພອນ

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ແຫຼ່ງຂໍ້ມູນຈາກ: http://www.maf.gov.la/

Facebook Comments

About the Author

Phonepaseuth Vongsipasom administrator

Leave a Reply