Get Adobe Flash player

ເພື່ອສືບທອດມູນອັນອົງອາດຂອງບັນທະບູປະຊາຊົນລາວບັນດາເຜົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດສາມັກຄີກັນຕໍ່ສູ້ຢາງພິລະອາດຫານ ຕ້ານການຮຸກຮານ ແລະ ຂອງຈັກກະພັດລ້າເມືອງຂື້ນ ທັັງແບບເກົາ ແລະ ແບບໄໝ່ ສາມາດປົດປອຍປະເທດຊາດໄດ້ຢາງມີໄຊ.

ໃນຕອນບາຍ ຂອງວັນທີ 8 ທັນວາ 2022 ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ປະຖະກະຖາຂື້ນເນື້ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄາຍວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ໃຫ້ກຽດປະຖະກະຖາ ຄັ້ງນີ້ໂດຍສະຫາຍ ຄໍາແສນ ອຸ່ນຄຳ ຮອງເລຂາຄະນະພັກຮາກຖານກົມປ່າໄມ້ ຮອງຫົວໜ້າກົມປ່າໄມ້, ຂອງກົມປ່າໄມ້ ມີບັນດາສະຫາຍຄະນະພັກຮາກຖານກົມປ່າໄມ້ ແລະ ສາຍຫາຍເລຂາໜ່ວຍພັກຮາກຖານ, ຫົວໜ້າ ແລະ ຮອງຫົວໜ້າ ພະແນກ, ກອງ ແລະ ສູນ ພ້ອມດ້ວຍພະນັກງານຫຼັກແຫຼງ ອ້ອມຂ້າງກົມປ່າໄມ້ເຂົ້າຮ່ວມມີທັງໝົດ 86 ທ່ານ, ຍິ່ງ 21 ທ່ານ ຈຸດປະສົງຂອງການປະຖະກະຖາຄັ້ງນີ້ເພື່ອເປັນການສືກສາອົບຮົມໃຫ້ສະມາຊີກພັກ ແລະ ພະນັກງານຫຼັກແຫຼງໃນທົ່ວອົງຄະນະພັກຂອງກົມປ່າໄມ້ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ຜົນງານການສ້າງສາປະເທດຊາດມາໄດ້ 47 ປີ ກໍ່ຄືຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານໄກສອນ ພົມວິຫານ ທີມີຕໍ່ປະເທດຊາດ ແລະ ການປະຕິວັດ ໂອກາດນີ ສະຫາຍ ຄໍາແສນ ອຸ່ນຄຳ ຮອງເລຂາຄະນະພັກຮາກຖານກົມປ່າໄມ້ ຮອງຫົວໜ້າກົມປ່າໄມ້ ໄດ້ເລົາປະຫວັດການຕໍ່ສູ້ກູຊາດຂອງປະທານໄກສອນ ພົມວິຫານ ໃນການນໍາພາປະຊາຊົນຕໍ່ສູ້ ເພື່ອປົດປອຍປະເທດຊາດຢາງສະຫຼາດສອງໃສ ແລະ ຢາງພິລະອາດຫານ ດ້ວຍນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ນອກນັ້ນຍັງໄດ້ເລົາເຖິງສະພາວະການເປັນຜູ້ນຳທີດີ ຂອງປະທານໄກສອນ ພົມວິຫານ ເພື່ອໃຫ້ແກ່ຄົນລຸ້ນຫຼັງນຳໄປເປັນບົດຮຽນໃນການດຳລົງຊີວິດນຳອີກ.

 

 

 

 

 

ຜູ້ກວດແກ້: ທ່ານ ວິລະພັນ ຈັນທະວີສຸກ

ຂຽນຂ່າວໂດຍ: ທ່ານ ສີຍອດ ສີມະນີວົງ