Get Adobe Flash player

ກຸ່ມວຽກຄຸ້ມຄອງປ່າຜະລິດ ແລະ ການຂຸດຄົ້ນໄມ້

. ວຽກ ສັງລວມຂໍ້ມູນ ແລະ ຂ່າວສານ

  • ຮັບຜິດຊອບໂດຍກົງແລະເປັນເສນາທິການຊ່ວຍຫົວໜ້າພະແນກ, ຄະນະພະແນກກ່ຽວກັບຜົນສໍາເລັດແລະຂໍ້ຂາດຕົກບົກຜ່ອງໃນການປະຕິບັດໜ້າທີ່ຂອງຕົນ, ຄຸ້ມຄອງລັດຖະກອນ, ອໍານວຍຄວາມສະ ດວກທຸກການເຄື່ອນໄຫວພາຍວຽກໃນພະແນກ ແລະ ລົງເລິກ ວຽກງານຂະແໜງສັງລວມ
  • ຄຸ້ມຄອງເອກກະສານຂາເຂົ້າ-ຂາອອກ,ຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວວຽກງານພາກສະໜາມ, ຕິດຕາມ ແລະ ຄຸ້ມຄອງການນຳໃຊ້ ຄ້ອນຕີກາໄມ້, ໃບອະນຸຍາດຂຸດຄົ້ນໄມ້, ໃບເຄື່ອນຍ້າຍ ໄມ້ ແລະ ຜະລິດຕະພັນໄມ້ ພາຍໃນ ແລະ ສົ່ງອອກຕ່າງປະເທດ,
  • ສະຫຼຸບສັງລວມ ຜົນການຈັດຕັ້ງປະຕິບັດ ວຽກງານປະຈຳ 1 ເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ແລະ ຂື້ນແຜນນຳໃຊ້ງົບປະມານ ກ່ຽວກັບ ການເຄື່ອນໄຫວວຽກງານຂອງ ພະແນກ.
  • ການສ້າງແຜນຕ່າງໆ, ຄຸ້ມຄອງບັນດານິຕິກໍາກ່ຽວກັບວຽກງານຄຸ້ມຄອງປ່າຜະລິດ ແລະ ການຂຸດຄົ້ນໄມ້, ຄຸ້ມຄອງຂໍ້ມູນ, ການເຂົ້າຮ່ວມກອງປະຊຸມ, ສໍາມະນາ, ທັດສະນະສຶກສາແລະສຶກສາຄົ້ນຄ້ວາວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ຂອງພະນັກງານພາຍໃນພະແນກ.
  • ຄຸ້ມຄອງເອກກະສານຂາອອກ-ຂາເຂົ້າ

. ວຽກ ຄຸ້ມຄອງປ່າຜະລິດ

  • ວຽກງານການຄົ້ນຄ້ວາເຕັກນິກວິຊານການແລະຊ່ວຍປະກອບຄໍາຄິດເຫັນຕໍ່ກັບວຽກງານຄຸ້ມຄອງປ່າຜະລິດ ແລະ ມີຄໍາເຫັນຕໍ່ນະໂຍບາຍອື່ນໆ ຂອງລັດຖະບານທີ່ພົວພັນເຖິງການຄຸ້ມຄອງປ່າຜະລິດກໍ່ຄືຍຸດທະສາດປ່າໄມ້ໃນແຕ່ລະວຽກງານວາງແຜນວຽກ, ຊຸກຍູ້ປະກອບສ່ວນສ້າງແຜນຈັດສັນຄຸ້ມຄອງປ່າຜະລິດ ແບບຍືນນານ.
  • ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ແຜນຈັດສັນ, ບັນດາແຜນງານແລະ ໂຄງການກ່ຽວກັບ ການຄຸ້ມຄອງປ່າຜະລິດຂອງຂະແໜງການສາຍຕັ້ງຢູ່ທ້ອງຖິ່ນ, ລວມທັງໂຄງການຮ່ວມ ມືຕ່າງໆ ຕາມການຊີ້ນຳຂອງຂັ້ນເທີງ.
  • ຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດແຜນຈັດສັນປ່າຜະລິດ ແບບມີສ່ວນ ຮ່ວມຂອງ ປະຊາຊົນ ໃນການຈັດຕັ້ງຜັນຂະຫຍາຍ ແຜນຈັດສັນປ່າຜະລິດ ອອກເປັນ ແຜນດຳເນີນ ງານ ໃນແຕ່ລະສົກປີ.
  • ຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຄຸ້ມຄອງປ່າຜະລິດ ແລະ ການຂຸດ ຄົ້ນໄມ້ໃຫ້ແກ່ພະນັກງານວິຊາການປ່າໄມ້ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
  • ຄຸ້ມຄອງຕິດຕາມ ພະນັກງານ, ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.

. ວຽກຄຸ້ມຄອງການຂຸດຄົ້ນໄມ້

  • ວຽກງານການຄົ້ນຄ້ວາເຕັກນິກວິຊານການ ແລະ ຊ່ວຍປະກອບຄໍາຄິດເຫັນຕໍ່ກັບບັນດາເອກະສານ ທີ່ພົວ ພັນ ເຖິງການສະເໜີຂຸດຄົ້ນໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງຕ່າງໆ, ຊຸກຍູ້ ຕິດຕາມ, ເອື້ອອໍານວຍທາງດ້ານວິຊາການ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານ ການຂຸດຄົ້ນໄມ້ຂອງຂະແໜງ

ການສາຍຕັ້ງຢູ່ທ້ອງຖິ່ນເປັນແຕ່ລະໄລຍະຕາມການຊີ້ນໍາຂອງພະແນກ,ປະຕິບັດແຜນດໍາເນີນວຽກງານ ປະຈໍາປີ.

  • ຄົ້ນຄວ້າສັງລວມແຜນການຂຸດຄົ້ນໄມ້ ໃນເຂດປ່າຜະລິດປະຈຳສົກປີ.
  • ຄົ້ນຄວ້າສັງລວມກ່ຽວກັບການສະເໜີຂໍຂຸດຄົ້ນໄມ້ໃນເຂດໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆທີ່ລັດຖະບານອະນຸມັດ.
  • ຊຸກຍູ້, ຕິດຕາມ, ເອື້ອອໍານວຍທາງດ້ານວິຊາການ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານພັດທະ ນາປ່າໄມ້ ຂອງຂະແໜງການສາຍຕັ້ງຢູ່ທ້ອງຖິ່ນ ເປັນແຕ່ລະໄລຍະ.
  • ສົມທົບກັບຂະແໜງປ່າໄມ້ແຂວງ ແລະ ນະຄອນຫຼວງ ໃນການຄຸ້ມຄອງການກອງຂຸດຄົ້ນໄມ້ ແລະ ວິສະຫະກິດຂຸດຄົ້ນໄມ້, ພາຫະນະ ແລະ ອຸປະກອນການຂຸດຄົ້ນໄມ້.