Get Adobe Flash player

ກຸ່ມວຽກພັດທະນາມາດຖານເຕັກນິກປ່າໄມ້

. ວຽກສັງລວມ

  • ຮັບຜິດຊອບໂດຍກົງ ແລະ ເປັນເສນາທິການຊ່ວຍຫົວໜ້າ-ຮອງຫົວໜ້າ ກົມປ່າໄມ້ ກ່ຽວກັບຜົນສໍາ ເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດໜ້າທີ່ຂອງຕົນ, ຄຸ້ມຄອງລັດຖະກອນ, ອໍານວຍ, ຄວບ ຄຸມທຸກການເຄື່ອນໄຫວພາຍໃນພະແນກ, ຊີ້ນໍາ-ນໍາພາທຸກວຽກງານພາຍໃນພະແນກ ແລະ ລົງເລິກຊີ້ ນໍາ ວຽກງານຂະແໜງ ບໍລິຫານ ແລະ ສັງລວມ.
  • ຮັບຜິດຊອບໂດຍກົງ ແລະ ເປັນເສນາທິການຊ່ວຍຫົວໜ້າພະແນກ ແລະ ກົມປ່າໄມ້ກ່ຽວກັບ ຜົນສໍາ

ເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດໜ້າທີ່ຂອງຕົນ, ຄຸ້ມຄອງລັດຖະກອນ, ອໍານວຍ ແລະ ຄວບຄຸມທຸກການເຄື່ອນໄຫວພາຍໃນພະແນກ, ຊີ້ນໍາ-ນໍາພາທຸກວຽກງານພາຍໃນພະແນກ ແລະ ລົງ ເລິກ ຊີ້ນໍາວຽກງານຂະແໜງຄຸ້ມຄອງຢັ້ງຢືນປ່າໄມ້ ແລະ ການເຄື່ອນໄຫວວຽກງານໂຄງການຊ່ວຍເຫຼືອລ້າຕ່າງໆ.

  • ຮັບຜິດຊອບໂດຍກົງ ແລະ ເປັນເສນາທິການຊ່ວຍຫົວໜ້າພະແນກ ແລະ ກົມປ່າໄມ້ກ່ຽວກັບ ຜົນສໍາ

ເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດໜ້າທີ່ຂອງຕົນ, ຄຸ້ມຄອງລັດຖະກອນ, ອໍານວຍ ແລະ ຄວບຄຸມທຸກການເຄື່ອນໄຫວພາຍໃນພະແນກ, ຊີ້ນໍາ-ນໍາພາທຸກວຽກງານພາຍໃນພະແນກ ແລະ ລົງ ເລິກ ຊີ້ນໍາວຽກງານຂະແໜງພັດທະນາມາດຖານເຕັກນິກປ່າໄມ້.

  • ຄຸ້ມຄອງຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວວຽກງານຂອງພະແນກ, ວຽກງານພາກສະໜາມ, ບົດສະຫຼຸບສ່ອງແສງ, ລາຍງານ ການໃຊ້ຈ່າຍງົບປະມານ ຕ່າງໆ.
  • ຄຸ້ມຄອງຂໍ້ມູນຂ່າວສານ ແລະ ເອກະສານກ່ຽວກັບການເຄື່ອນໄຫວວຽກງານພາກສະໜາມ, ນິຕິກຳ, ກອງປະຊຸມ, ທັດສະນະສຶກສາ, ຝຶກອົບຮົມ, ບົດສະຫຼຸບສ່ອງແສງ, ລາຍງານ, ສະຫຼຸບການໃຊ້ຈ່າຍ ງົບປະມານຕ່າງໆ.
  • ສະຫຼູບ ແລະ ການສ້າງແຜນຕ່າງໆເຊັ່ນ: ແຜນເດືອນ, ແຜນງວດ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປີ ຄຸ້ມຄອງບັນດານິຕິກໍາຕ່າງໆ ແລະ ເອກະສານອື່ນໆຈາກພາຍໃນ ແລະ ນອກ.
  • ຄຸ້ມຄອງຫ້ອງສະມຸດ ເພື່ອນຳໃຊ້ເຂົ້າໃນການສຶກສາ ຄົ້ນຄວ້າຂອງຜູ້ຊົມໃຊ້ຈາກພາກສ່ວນຕ່າງໆ
  • ເຂົ້າຮ່ວມກອງປະຊຸມ,ສຳມະນາ ແລະ ຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີ ຂອງກົມປ່າໄມ້.
  • ຄຸ້ມຄອງເອກກະສານຂາເຂົ້າ-ຂາອອກ

. ວຽກພັດທະນາມາດຖານເຕັກນິກປ່າໄມ້

  • ວຽກງານການຄົ້ນຄ້ວາ ສ້າງ ແລະ ປັບປຸງນິຕິກຳ ການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ນັບທັງນິຕິກຳການຢັ້ງຢືນປ່າໄມ້ ແລະ ເຄື່ອງປ່າຂອງດົງ.
  • ຊ່ວຍປະກອບຄໍາຄິດເຫັນຕໍ່ກັບວຽກງານສ້າງ ແລະ ປັບປຸງນິຕິກຳຂອງຂະແໜງການ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.
  • ໂຄສະນາເຜີຍແຜ່ນິຕິກຳ ທີ່ຖືກຮອງຮັບຈາກຂັ້ນເທິງໃຫ້ແກ່ຂະແໜງການປ່າໄມ້ ຂັ້ນສູນກາງ ແລະ ທ້ອງຖິ່ນ.
  • ຄຸ້ມຄອງບັນດານິຕິກຳຕ່າງໆ ເພື່ອຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແລະ ເພື່ອການສັງລວມ ໃຫ້ເປັນໝວດໝູ່ ແລະ ຈັດເປັນຫົວ ຫຼື ເຫຼັ້ມ.
  • ສະຫຼູບລາຍງານ ແລະ ສ້າງແຜນການເຄື່ອນໄຫວວຽກງານ ໃຫ້ແກ່ພະແນກ ເພື່ອສັງລວມລາຍງານຕໍ່ການນຳກົມປ່າໄມ້.
  • ເຂົ້າຮ່ວມກອງປະຊຸມ,ສຳມະນາ ແລະ ຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີ ຂອງກົມປ່າໄມ້.

. ວຽກຄຸ້ມຄອງຢັ້ງຢືນປ່າໄມ້

  • ເຄື່ອນໄຫວວຽກງານຢັ້ງຢືນປ່າໄມ້ ແລະ ເຄື່ອງປ່າຂອງດົງເຊັ່ນ: ການກວດສອບປະຈຳປີ, ການແກ້ໄຂຂໍ້ບົກພ່ອງ, ການປະສານງານກັບຜູ້ກວດສອບ ແລະ ທ້ອງຖິ່ນ, ການຂະຫຍາຍເຂດການຢັ້ງຢືນ ແລະ ການລົງຊຸກຍູ້ຕິດຕາມພາຍໃນ ແລະ ຊຸກຍູ້ດ້ານວິຊາການອື່ນໆ.
  • ຝຶກອົບຮົມກ່ຽວກັບຫຼັກການ ແລະ ມາດຖານ, ການຄຸ້ມຄອງເອກະສານ ແລະ ການຊຸກຍູ້ຕິດຕາມພາຍໃນ ໃຫ້ແກ່ສະມາຊິກກຸ່ມ ແລະ ເຂດເປົ້າໝາຍຂະຫຍາຍ ໃນຂອບເຂດທົ່ວປະເທດ.