Get Adobe Flash player

ກຸ່ມວຽກ ຝຶກອົບຮົມປ່າໄມ້

. ວຽກບໍລິຫານ ແລະ ແຜນການ

  • ຜັນຂະຫຍາຍ ອອກເປັນຍຸດທະສາດ, ແຜນງານ, ໂຄງການ ແລະ ແຜນການລະອຽດເພື່ອຈັດຕັ້ງ ປະຕິບັດໃຫ້ໄດ້ຮັບ ໝາກຜົນ.
  • ຂື້ນແຜນການ ແລະ ງົບປະມານ ເພື່ອເຄື່ອນໄຫວວຽກງານຂອງສູນຝຶກອົບຮົມປ່າໄມ້ ປະຈຳປີ, ປະຈຳງວດ ແລະ ເດືອນ ຕາມແຜນການລວມຂອງກົມປ່າໄມ້.
  • ອຳນວຍຄວາມສະດວກ ແລະ ໃຫ້ການບໍລິການແກ່ພາກສ່ວນຕ່າງໆ ໃນການຈັດກອງປະຊຸມ ແລະ ຝຶກອົບຮົມຕາມເງື່ອນໄຂ ແລະ ທ່າແຮງຂອງສູນ.
  • ຂະຫຍາຍການຮ່ວມມື ເພື່ອຍາດແຍ່ງການຊ່ວຍເຫລືອທາງດ້ານທຶນຮອນ ແລະ ເຕັກນິກຈາກພາກສ່ວນ ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງເຫັນດີຂອງຂັ້ນເທິງ.
  • ຈັດກອງປະຊຸມ ສະຫລຸບຕີລາຄາ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແຜນການປີ, ງວດ, ເດືອນ ເພື່ອລາຍງານຂັ້ນເທິງໄດ້ທັນເວລາ.
  • ຄຸ້ມຄອງ ແລະ ນໍາໃຊ້ບຸກຄະລາກອນ, ຊັບສົມບັດ, ວັດຖຸສິ່ງຂອງ, ພາຫະນະ ແລະ ງົບປະມານທີ່ໄດ້ຮັບການອະນຸມັດຢ່າງມີຄວາມຮັບຜິດຊອບ ແລະ ໃຫ້ມີປະສິດທິຜົນສູງ.

. ວຽກວິຊາການ

  • ຈັດຕັ້ງຝຶກອົບຮົມຍົກລະດັບ ແລະ ຖ່າຍທອດເຕັກນິກ ວິຊາການກ່ຽວກັບວຽກງານ ສຳຫລວດ ແລະ ວາງແຜນປ່າໄມ້, ປູກໄມ້ ແລະ ເຄື່ອງປ່າຂອງດົງ, ຄຸ້ມຄອງ ປ່າຜະລິດແບບຍືນນນານ, ຄຸ້ມຄອງປ່າໄມ້ບ້ານ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ, ຢັ້ງຢືນປ່າໄມ້ ແລະ ເຄື່ອງປ່າຂອງດົງ, ການຟື້ນຟູປ່າໄມ້, ການຫລຸດຜ່ອນອາຍພິດຈາກການ ທຳລາຍປ່າໄມ້, ການເກັບຄ່າ ບໍລິການສິ່ງແວດລ້ອມ, ການຄຸ້ມຄອງ ແລະ ນຳໃຊ້ງົບປະມານ ແລະ ອື່ນໆ.
  • ຄຸ້ມຄອງ ແລະ ປົກປັກຮັກສາປ່າຟື້ນຟູທີ່ຂື້ນກັບຄວາມຮັບຜິດຊອບຂອງສູນໃຫ້ຍືນຍົງ ກາຍເປັນບ່ອນ ສາທິດ ແລະ ສຶກສາຄົ້ນຄວ້າ ຮູບແບບການປູກໄມ້ ແລະ ຟື້ນຟູປ່າ.
  • ສ້າງຄອບຄົວ, ກຸ່ມ ແລະ ບ້ານຕົວແບບໃນການຄຸ້ມຄອງ, ປົກປັກຮັກສາ, ປູກ ແລະ ຟື້ນຟູປ່າໄມ້ ຕິດພັນກັບການສົ່ງເສີມການປຸງແຕ່ງຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບ ປະກອບສ່ວນ ເຂົ້າໃນການປັບປຸງຊີວິດການເປັນຢູ່ ແລະ ລົບລ້າງຄວາມທຸກຍາກເປັນກ້າວໆ.