Get Adobe Flash player

REDD+ Office _001 REDD+ Office _002

 

 

 

 

 

 

 

 

 

 

 

ກຸ່ມວຽກຫລຸດຜ່ອນອາຍພິດຈາກການທຳລາຍປ່າໄມ້

. ວຽກຄຸ້ມຄອງຫ້ອງການ

1)     ສ້າງລະບຽບການຄຸ້ມຄອງ ແລະ ນຳໃຊ້ຫ້ອງການ, ພາຫະນະ ແລະ ອຸປະກອນຮັບໃຊ້ຫ້ອງການ ແລະ ໂຄງການຕ່າງຯ ເພື່ອເປັນບ່ອນອີງໃນການຕິດຕາມ ກວດກາ ແລະ ປະເມີນຜົນ;

2)     ສົມທົບກັບການເງິນຂອງໂຄງການຕ່າງຯທີ່ຂຶ້ນກັບພະແນກ ກ່ຽວກັບການສ້າງລະບຽບການ ຫຼື ຄູ່ມືການຄຸ້ມຄອງ ແລະ ນຳໃຊ້ງົບປະມານ ໂຄງການ ເພື່ອເປັນບ່ອນອີງໃນການຕິດຕາມ ກວດກາ ແລະ ປະເມີນຜົນ;

3)     ຄົ້ນຄວ້າ, ຂຶ້ນແຜນພັດທະນາ ແລະ ຍົກລະດັບໃຫ້ພະນັກງານລັດຖະກອນຂອງພະແນກ ໃນລະດັບຕ່າງຯ ເຊັ່ນ: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ລວມທັງການສະເໜີຂໍອະນຸມັດໃຫ້ພະນັກງານລັດຖະກອນເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ທັດສະນະສຶກສາ ແລະ ອື່ນຯ ຢູ່ພາຍໃນ ແລະ ຕ່າງປະເທດ;

4)     ປະສານສົມທົບໃນການຂຶ້ນແຜນສະເໜີຄວາມຕ້ອງການພະນັກງານລັດຖະກອນພາຍໃນພະແນກ ຕາມຕຳແໜ່ງງານທີ່ຕ້ອງການ ບົນພື້ນຖານການວິເຄາະ ຕຳແໜ່ງງານ ແລະ ເພື່ອສະເໜີ ຂັ້ນເທິງພິຈາລະນາຕົກລົງ;

5)     ຄົ້ນຄວ້າ ແລະ ນຳສະເໜີພະແນກ ກ່ຽວກັບການເກັບກຳ ແລະ ຄັດເລືອກຜົນງານຂອງພະນັກງານລັດຖະກອນ ເພື່ອນຳສະເໜີໃຫ້ຂັ້ນເທິງ ປະຕິບັດນະໂຍບາຍຍ້ອງຍໍ, ຊົມເຊີຍ ຜູ້ທີ່ມີຜົນງານ ໃນແຕ່ລະປີ ຫຼື ຕາມແຕ່ລະກໍລະນີ;

6)     ເກັບກຳ, ສັງລວມຖານຂໍ້ມູນຊີວະປະຫວັດພະນັກງານລັດຖະກອນ, ຊ່ຽວຊານ, ພາຫະນະ ແລະ ອຸປະກອນຮັບໃຊ້ ຂອງພະແນກຢ່າງເປັນລະບົບ ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ຕິດຕາມ ກວດກາ ແລະ ປະເມີນຜົນ;

7)     ເກັບກຳ, ສັງລວມ ແລະ ລາຍງານສະພາບການຂອງໂຄງການ ແລະ ຊ່ຽວຊານ ໃນແຕ່ລະໄລຍະ ລວມທັງການຂໍອະນຸມັດເອກະສານທາງການໃຫ້ແກ່ຊ່ຽນຊານ, ການປະເຜີນຜົນໂຄງການ, ການສິ້ນສຸດໂຄງການ ຫຼື ການຂໍອະນຸມັດສືບຕໍ່ໂຄງການ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາ;

8)     ຕິດຕາມ, ບັນທຶກ-ສຳເນົາ, ຈັດສົ່ງ ເອກະສານຕ່າງຯ ເຊັ່ນ: ບັດເຊີນ, ແຈ້ງການ, ຂໍ້ຕົກລົງ ແລະ ອື່ນໆ;

9)     ເກັບກຳ ແລະ ຈັດລະບົບເອກະສານຂາເຂົ້າ-ຂາອອກ, ແຈກຢາຍເອກະສານ ແລະ ເຮັດບົດສ່ອງແສງປະຈຳອາທິດ;

10)   ສະຫລຸບ, ສັງລວມ ແລະ ລາຍງານຜົນການປະຕິບັດວຽກງານຂອງພະແນກ ແລະ ໂຄງການທີ່ຂຶ້ນກັບ ເຊັ່ນ: ການລາຍງານປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ ຕໍ່ຄະນະນຳຂອງກົມ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ;

. ວຽກ ຄຸ້ມຄອງຂໍ້ມູນ ແລະ ປະສານງານ

1)     ຄົ້ນຄວ້າ ແລະ ສ້າງລະບົບຖານຂໍ້ມູນ ກ່ຽວກັບການຫຼຸດຜ່ອນອາຍພິດເຮືອນແກ້ວ ຂອງຂະແໜງການປ່າໄມ້ ແລະ ວຽກອື່ນຯ ທີ່ກ່ຽວຂ້ອງ;

2)     ປະສານສົມທົບກັບຂະແໜງການພາຍໃນ ແລະ ກ່ຽວຂ້ອງ ໃນການແລກປ່ຽນຂໍ້ມູນ, ບົດຮຽນ ປະສົບການ ກ່ຽວກັບວຽກງານຫຼຸດຜ່ອນອາຍພິດເຮືອນແກ້ວ ຂອງຂະແໜງການປ່າໄມ້;

3)     ເປັນໃຈກາງຈັດກອງປະຊຸມ ແລະ ຝຶກອົບຮົມ ກ່ຽວກັບວຽກງານຖານຂໍ້ມູນ ແລະ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຕ່າງຯ;

4)     ກຳນົດແຜນດຳເນີນງານ ແລະ ແຜນຄວາມຕ້ອງການຂອງຂະແໜງຄຸ້ມຄອງຂໍ້ມູນ ແລະ ປະສານງານ ເພື່ອນຳສະເໜີຕໍ່ຂັ້ນເທິງ ພິຈາລະນາ ແລະ ອະນຸມັດເປັນທາງການ;

5)     ຄົ້ນຄວ້າ ແລະ ມີຄຳເຫັນ ກ່ຽວກັບວຽກງານຖານຂໍ້ມູນ ແລະ ການປະສານງານ ແລ້ວປະກອບຄຳເຫັນໃຫ້ແກ່ຂັ້ນເທິງຢ່າງຊັດເຈັນ ບົດພື້ນຖານທາງດ້ານນິຕິກຳ ແລະ ເຕັກນິກວິຊາການ;

6)     ຕອບສະໜອງຂໍ້ມູນຂ່າວສານ ກ່ຽວກັບການຫຼຸດຜ່ອນອາຍພິດເຮືອນແກ້ວ ຂອງຂະແໜງການປ່າໄມ້ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ແລະ ການງານວາງສະແດງໃນວັນສຳຄັນຕ່າງຯ ຕາມການຊີ້ນຳຂອງຂັ້ນເທິງ;

7)     ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ ແລະ ທັດສະນະສຶກສາ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ຕາມການເຊີນ ຫຼື ການມອບໝາຍຂອງຂັ້ນເທິງ;

8)     ເຂົ້າຮ່ວມການຊຸກຍູ້, ຕິດຕາມ ກວດກາ ແລະ ປະເມີນຜົນ ໂຄງການ ແລະ ວຽກສຳຄັນຂອງລັດຖະບານ ຕາມການແຕ່ງຕັ້ງ ແລະ ມອບໝາຍຂອງຂັ້ນເທິງ;

9)     ສະຫຼຸບ-ສັງລວມ ແລະ ລາຍງານ ປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ ກ່ຽວກັບວຽກງານຂອງຂະແໜງຄຸ້ມຄອງຂໍ້ມູນ ແລະ ປະສານງານ ເພື່ອລາຍງານ ຂັ້ນເທິງຕາມລະບຽບການ.

. ວຽກ ຄຸ້ມຄອງດ້ານວິຊາການ

1)     ເປັນໃຈກາງ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນການກຳນົດຍຸດທະສາດ, ວິໃສທັດ ແລະ ນິຕິກຳ ທີ່ພົວພັນກັບວຽກງານການຫຼຸດຜ່ອນອາຍພິດເຮືອນແກ້ວ ຂອງຂະແໜງການປ່າໄມ້;

2)     ຄົ້ນຄວ້າ ແລະ ກຳນົດກົນໄກການປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ ເຊື່ອມຊືມ ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານຂອງພະແນກ ແລະ ໂຄງການຕ່າງຯ ທີ່ຂຶ້ນກັບພະແນກ ອອກສູ່ສັງຄົມ ໃນຫຼາຍຮູບແບບ ຫຼາຍສີສັນ;

3)     ເກັບກຳ ແລະ ສະຫຼຸບສັງລວມບັນດາຜົນງານ ຫຼື ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານຂອງພະແນກ ແລະ ໂຄງການຕ່າງຯ ທີ່ຂຶ້ນກັບພະແນກ ເພື່ອສ້າງ ຫຼື ພີມເປັນປື້ມຄູ່ມືທາງດ້ານວິຊາການ, ລວມທັງການສ້າງເປັນສາລະຄະດີ ຮັບໃຊ້ເຂົ້າໃນວຽກງານການໂຄສະນາ ເຜີຍແຜ່ເຊື່ອມຊືມ ແລະ ການປູກຈິດສຳນຶກ;

4)     ກຳນົດລະບຽບການສະເພາະ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ງົບປະມານຈາກການບໍລິການສິ່ງແວດລ້ອມແບບຍືນຍົງ, ການແບ່ງປັນຜົນປະໂຫຍດ, ມາດຕະການປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ;

5)     ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ຕິດຕາມການຂໍອະນຸມັດຮັບຮອງເອົາບັນດາຍຸດທະສາດ, ວິໃສທັດ ແລະ ນິຕິກຳ ກ່ຽວກັບການຫຼຸດຜ່ອນອາຍພິດເຮືອນແກ້ວ ຂອງຂະແໜງການປ່າໄມ້;

6)     ຕອບສະໜອງຂໍ້ມູນຂ່າວສານ ກ່ຽວກັບສາຍເຫດຕົ້ນຕໍຂອງການທຳລາຍປ່າໄມ້, ການເຮັດໃຫ້ປ່າໄມ້ເຊື່ອມໂຊມ, ການການກຳນົດເສັ້ນທຽບຖານການປ່ອຍອາຍພິດເຮືອນແກ້ວ ຂອງຂະແໜງການປ່າໄມ້, ການແບ່ງປັນຜົນປະໂຫຍດ ຈາກການເກັບຄ່າບໍລິການສິ່ງແວດລ້ອມ, ມາດຕະການປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ແລະ ການງານວາງສະແດງໃນວັນສຳຄັນຕ່າງຯ ຕາມການຊີ້ນຳຂອງຂັ້ນເທິງ;

7)     ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ ແລະ ທັດສະນະສຶກສາ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ ຕາມການເຊີນ ຫຼື ການມອບໝາຍຂອງຂັ້ນເທິງ;

8)     ເຂົ້າຮ່ວມການຊຸກຍູ້, ຕິດຕາມ ກວດກາ ແລະ ປະເມີນຜົນ ໂຄງການ ແລະ ວຽກສຳຄັນຂອງລັດຖະບານ ຕາມການແຕ່ງຕັ້ງ ແລະ ມອບໝາຍຂອງຂັ້ນເທິງ;

9)     ສະຫຼຸບ-ສັງລວມ ແລະ ລາຍງານ ປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ ກ່ຽວກັບວຽກງານຂອງຂະແໜງຄຸ້ມຄອງດ້ານວິຊາການ ເພື່ອລາຍງານ ຂັ້ນເທິງຕາມລະບຽບການ.

REDD+ Office