Get Adobe Flash player

ກຸ່ມວຽກສຳຫລວດ ແລະ ວາງແຜນປ່າໄມ້

. ວຽກບໍລິຫານ ແລະ ແຜນການ

  • ສ້າງແຜນເຄື່ອນໄຫວປະຈຳເດືອນ, ປະຈໍາງວດ ແລະ ປະຈຳປີ ຂອງຂະແໜງການຕົນ.
  • ຕິດຕາມ ກວດກາປະເມີນຜົນການຈັດຕັ້ງປະຕິບັດຂອງພະນັກງານວິຊາການ ພາຍໃຕ້ຄວາມຮັບຜິດ ຊອບຂອງຕົນ.
  • ນໍາພາວຽກງານບໍລິຫານຫ້ອງການ, ຄຸ້ມຄອງພະນັກງານ, ຊັບສົມບັດຄົງທີ່, ພາຫະນະພາຍໃນກອງໃຫ້ສາມາດຮັບໃຊ້ວຽກງານເປັນຢ່າງດີ ແລະ ວຽກງານປ້ອງກັນຄວາມສະຫງົບພາຍໃນ.
  • ຮັບຜິດຊອບເອກະສານຂາເຂົ້າ-ຂາອອກ, ຮັບຕ້ອນ, ຈັດຊື້ເຄື່ອງຮັບໃຊ້ຫ້ອງການ ແລະ ສັງລວມຜົນການຈັດຕັ້ງປະຕິບັດປະຈໍາອາທິດ ເພື່ອສ່ອງແສງລາຍງານໃຫ້ກົມປ່າໄມ້.
  • ສັງລວມແຜນການເຄື່ອນໄຫວຂອງແຕ່ລະຂະແໜງການ ເພື່ອສ້າງເປັນແຜນການຂອງກອງສໍາຫຼວດ ແລະ ວາງແຜນປ່າໄມ້.
  • ບົດສະເໜີໂຄງການ (PCAP) ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນປະຈໍາເດືອນ, ງວດ ແລະ ປະຈໍາປີ.
  • ຄຸ້ມຄອງປົກປັກຮັກສາອຸປະກອນເຄື່ອງມືວິຊາສະເພາະພາຍໃຫ້ສາມາດໃຊ້ງານເປັນຢ່າງດີ.
  • ປະສານສົມທົບກັບຂະແໜງການຕ່າງໆ ໃນການຂຶ້ນ/ສະຫຼຸບແຜນວຽກ, ແຜນຄົນ, ແຜນເງິນ, ແລະ ເວລາສະຫຼຸບການນໍາໃຊ້ເງິນ.
  • ຮັບຜິດຊອບດ້ານບັນຊີ-ການເງິນ, ການຮັບ-ຈ່າຍ ເງິນສົດ ແລະ ບັນຊີຊັບສົມບັດຄົງທີ່ຂອງກອງ.

. ວຽກປະເມີນຜົນ ແລະ ແຜນທີ່ການນໍາໃຊ້ທີ່ດິນ.

  • ສ້າງແຜນເຄື່ອນໄຫວປະຈຳເດືອນ, ປະຈຳງວດ ແລະ ປະຈຳປີ ຂອງຂະແໜງການຕົນ.
  • ຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດຂອງພະນັກງານວິຊາການພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
  • ສ້າງລະບົບຖານຂໍ້ມູນ; ຄົ້ນຄວ້າວິທີ, ສ້າງໂປຼແກຼມ ແລະ ຄູ່ມືການຈັດສັນ, ຂຸດຄົ້ນ, ໝາຍຕົ້ນຕັດ, ປະເມີນຜົນມວນສານທາດກາກບອນ.
  • ສັງລວມກວດສອບຂໍ້ມູນພາກສະໜາມ, ວິເຄາະວິໄຈຂໍ້ມູນ ເພື່ອໃຫ້ຜູ້ຮັບຜິດຊອບໂຄງການ ສ້າງແຜນຈັດສັນປ່າໄມ້, ບົດລາຍງານຕ່າງໆ ແລະ ເກັບຮັກສາຂໍ້ມູນບົດລາຍງານຕ່າງໆ (Hardcopy).
  • ກວດກາສັງລວມ ແລະ ຄິດໄລ່ຂໍ້ມູນສຳຫຼວດຈັດສັນປ່າຜະລິດ, ແຜນຈັດສັນປ່່າຜະລິດໃນລະດັບເຂດຄຸ້ມຄອງຍ່ອຍ ເພື່ອສ້າງເປັນເຂດຄຸ້ມຄອງ ແລະ ເຂດປ່າຜະລິດ.
  • ສ້າງສູດຄິດໄລ່ຂໍ້ມູນການສໍາຫຼວດຊັບພະຍາກອນປ່າໄມ້ທົ່ວປະເທດ, ໂຄງການຕ່າງໆ, ສ້າງຕາຕະລາງບໍລິມາດໄມ້ຢືນຕົ້ນ, ຕາຕະລາງຊີວະມວນສານກາກບອນ ແລະ ຕາຕະລາງຄັດຕິດບົດລາຍງານ.
  • ວາງແຜນສ້າງແຜນທີ່ການສໍາຫຼວດປ່າໄມ້, ແຜນທີ່ຈັດຊັ້ນກາກບອນປ່າໄມ້ໃນລະດັບໂຄງການ, ແຜນທີ່ຈັດສັນປ່າຜະລິດ, ກວດກາຢັ້ງຢື້ນແຜນທີ່ຕ່າງໆ ກ່ອນສະເໜີຂັ້ນເທິງ ເພື່ອເຜີຍແຜ່/ສົ່ງເກັບຮັກສາ.
  • ສ້າງປຶ້ມຄູ່ມື ເພື່ອຝຶກອົບຮົມວິຊາການພາຍໃນ ແລະ ທ້ອງຖິ່ນ.
  • ກວດກາຄຸນນະພາບແຜນທີ່ຕ່າງໆ ເພື່ອສົ່ງເກັບຮັກສາໄວ້ໃນຖານຂໍ້ມູນ, ສ້າງຄູ່ມືການແປພາບຖ່າຍ/ແຜນທີ່, ສ້າງແຜນທີ່ຕ່າງໆ ແລະ ການວາງແຜນການນໍາໃຊ້ທີ່ດິນປ່າໄມ້ດ້ວຍຄອມພິວເຕິ (RS/GIS).
  • ຄຸ້ມຄອງປົກປັກຮັກສາອຸປະກອນເຄື່ອງມືວິຊາສະເພາະໃຫ້ສາມາດໃຊ້ງານເປັນຢ່າງດີ.

. ວຽກສໍາຫຼວດປ່າໄມ້

  • ສ້າງແຜນເຄື່ອນໄຫວປະຈຳເດືອປະຈຳງວດ ແລະ ປະຈຳປີຂອງຂະແໜງການຕົນ.
  • ຄົ້ນຄວ້າສະເໜີແຕ່ງຕັ້ງພະນັກງານວິຊາການໄປເຄື່ອນໄຫວວຽກງານ.
  • ອອກແບບວາງແຜນ/ສ້າງຄູ່ມືການສຳຫຼວດຕ່າງໆ, ກວດຜ່ານການວາງແຜນການສຳຫຼວດ, ຕິດຕາມຄວບຄຸມການຈັດຕັ້ງປະຕິບັດຂອງທິມງານສຳຫຼວດພາກສະໜາມ (ທັງສູນກາງ ແລະ ທ້ອງຖິ່ນ).
  • ກວດກາບົດລາຍງານຜົນການສຳຫຼວດຂອງທ້ອງຖິ່ນ.
  • ຄຸ້ມຄອງປົກປັກຮັກສາອຸປະກອນເຄື່ອງມືວິຊາສະເພາະ ໃຫ້ສາມາດໃຊ້ງານໄດ້ເປັນຢ່າງດີ.
  • ວາງແຜນສຳຫຼວດເກັບກຳຂໍ້ມູນໄມ້ ສ້າງດອນຕົວຢ່າງຖາວອນ ແລະ ເກັບຂໍ້ມູນການສະສົມຂອງທາດກາກບອນ, ສູດຄຳນວນຫາບໍລິມາດ, ຄວາມສ້ວຍ, ມວນສານ ແລະ ສຳຫຼວດຈັດສັນປ່າຜະລິດ, ສຳຫຼວດຊັບພະຍາກອນປ່າໄມ້ທົ່ວປະເທດ, ພື້ນຖານໂຄງລ່າງ, ສຳຫຼວດເນື້ອທີ່ຂໍລົງທຶນປູກໄມ້ ແລະ ພືດອຸດສາຫະກໍາ ແລະ ອື່ນໆ.
  • ກວດກາຄຸນນະພາບຂອງຂໍ້ມູນສໍາຫຼວດພາກສະໜາມ, ຕິດຕາມ ກວດກາປະເມີນຜົນການຈັດຕັ້ງປະຕິບັດຂອງພະນັກງານວິຊາການ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
  • ສ້າງແຜນຈັດສັນຄຸ້ມຄອງປ່າຜະລິດແບບຍືນນານ ແລະ ສ້າງບົດລາຍງານຜົນການສຳຫຼວດຕ່າງໆ.

. ວຽກສູນຂໍ້ມູນ-ຂ່າວສານ ຊັບພະຍາກອນປ່າໄມ້

  • ສ້າງແຜນເຄື່ອນໄຫວປະຈໍາເດືອນ, ປະຈໍາງວດ ແລະ ປະຈໍາປີ ຂອງຂະແໜງການຕົນ.
  • ຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດຂອງພະນັກງານວິຊາການພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
  • ຮ່ວມມືກັບພາຍໃນ ແລະ ຕ່າງປະເທດ ໃນການພັດທະນາລະບົບ MRV ໃນລະດັບຊາດ-ແຂວງ.
  • ປະສານງານກັບອົງການ FAO ໃນການລາຍງານຜົນການປະເມີນຊັບພະຍາກອນປ່າໄມ້ ແຕ່ລະໄລຍະ (FRA 2015,…).
  • ຮັບຜິດຊອບແຕ້ມແຜນທີ່, ດັດປັບຂໍ້ມູນຈາກການແປພາບໃຫ້ຖືກຕ້ອງ ແລະ ຊັດເຈນ ເພື່ອສ້າງແຜນທີ່ຄວາມປົກຫຸ້ມປ່າໄມ້ ແລະ ປະເພດການນໍາໃຊ້ທີ່ດິນ-ປ່າໄມ້.
  • ສ້າງປຶ້ມຄູ່ມືການສ້າງແຜນທີ່, ແປພາບຖ່າຍ, ປະເມີນຜົນຄວາມປົກຫຸ້ມປ່າໄມ້ ແລະ ພັດທະນາລະບົບ/ດໍາເນີນການກວດກາຕິດຕາມຊີວະມວນ/ທາດກາກບອນ (Carbon Monitoring System) ເພື່ອສະໜອງຂໍ້ມູນການປ່ຽນແປງສະພາບປ່າໄມ້ ແຕ່ລະໄລຍະໃຫ້ຂັ້ນເທິງ.
  • ສ້າງແຜນທີ່ພື້ນຖານ (ທຽບຖານ) ປ່າໄມ້/ຈັດຊັ້ນກາກບອນປ່າໄມ້ໃນລະດັບຊາດ-ແຂວງ, ກວດກາຢັ້ງຢືນການແປພາບ/ແຜນທີ່ຕ່າງໆ ກ່ອນສະເໜີຂັ້ນເທິງເພື່ອເຜີຍແຜ່/ສົ່ງເກັບຮັກສາ.
  • ປະສານງານກັບອົງການ LEAF ໃນການພັດທະນາໂຄງການ REDD+ ຮ່ວມກັບຫ້ອງການຫຼຸດຜ່ອນອາຍພິດຈາກການທໍາລາຍ, ລົງເກັບກໍາຂໍ້ມູນປ່າໄມ້ ແລະ ລົງສົມທຽບຂໍ້ມູນຕົວຈິງຢູ່ພາກສະໝາມ.
  • ປະເມີນສະພາບປ່າໄມ້ (M), ກວດກາການຄັດເລືອກພາບຖ່າຍ, ໃສ່ຈຸດພິກັດໃຫ້ຖືກຕ້ອງຕາມລະບົບເສັ້ນເຄົ້າຂອງລາວ.
  • ກວດກາຄຸນນະພາບການແປພາບຖ່າຍ ພ້ອມທັງລົງເກັບກໍາຂໍ້ມູນ ແລະ ສົມທຽບຂໍ້ມູນຕົວຈິງຢູ່ພາກສະໝາມ.
  • ລາຍງານການປະເມີນອັດຕາຄວາມປົກຫຸ້ມປ່າໄມ້ແຕ່ລະໄລຍະ ແລະ ສ້າງປຶ້ມຄູ່ມືການແປພາບຖ່າຍ, ຝຶກອົບຮົມສູນກາງ ແລະ ທ້ອງຖິ່ນ.
  • ໃສ່ຈຸດພິກັດໃຫ້ຖືກຕ້ອງຕາມລະບົບເສັ້ນເຄົ້າຂອງລາວ ເພື່ອຕໍ່ພາບ, ສຶກສາວິທີການປັບແຕ່ງພາບ/ປັບຄ່າໃນໂປຼແກຼມແປພາບ (Architecture/ Developer), ກວດສອບຢັ້ງຢືນຄວາມຊັດເຈນ (Accuracy Assessment) ຂອງການແປພາບທັງໝົດ.
  • ສຶກສາສາຍເຫດການປ່ຽນແປງຂອງປ່າໄມ້, ຄັດເລືອກພາບຖ່າຍ ແລະ ຕໍ່ພາບ, ປັບແຕ່ງພາບ (ລົບໝອກຄວັນ, ເງົາບັງ, NDVI), ເພື່ອໃຫ້ສາມາດແປດ້ວຍຄອມພີວເຕິ (RS).
  • ເຜີຍແຜ່ຂໍ້ມູນຂ່າວສານ (ການສ້າງເວບ), ຈັດການຖານຂໍ້ມູນໃຫ້ເປັນລະບົບ, ສ້າງຖານຂໍ້ມູນ, ກວດກາ, ເກັບຮັກສາ, ຄຸ້ມຄອງ ແລະ ສະໜອງຂໍ້ມູນຕ່າງໆ.
  • ສັງລວມເອົາຂໍ້ມູນຕາມການອະນຸມັດຂອງຂັ້ນເທິງ, ສ້າງເຄືອຂ່າຍເຊື່ອມຕໍ່ກັບພາກສ່ວນອື່ນ ແລະ ບໍາລຸງຮັກສາຊອບແວຕ່າງໆ ເພື່ອສະດວກໃນການຄົ້ນຫານໍາໃຊ້ ແລະ ກວດສອບໄດ້ (V).
  • ເກັບຮັກສາຂໍ້ມູນ ໄວ້ໃນຖານຂໍ້ມູນແລະບ່ອນທີ່ປອດໄພ (Backup), ບໍາລຸງຮັກສາ ແລະ ສ້ອມແປງຄອມພິວເຕີ ຂອງແຕ່ລະຂະແໜງການ ຂອງກອງສຳຫຼວດ ແລະ ວາງແຜນປ່າໄມ້.
  • ຄຸ້ມຄອງປົກປັກຮັກສາອຸປະກອນເຄື່ອງມືວິຊາສະເພາະ ໃຫ້ສາມາດໃຊ້ງານໄດ້ເປັນຢ່າງດີ.