Get Adobe Flash player

ກຸ່ມວຽກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ

. ວຽກສັງລວມ

  • ຮັບຜິດຊອບໂດຍກົງ ແລະ ເປັນເສນາທິການຊ່ວຍຄະນະພະແນກກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດໜ້າທີ່ຂອງຕົນ, ຄຸ້ມຄອງລັດຖະກອນ, ອໍານວຍຄວບຄຸມທຸກການເຄື່ອນ ໄຫວພາຍໃນພະແນກ.
  • ຄຸ້ມຄອງຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວວຽກງານພາກສະໜາມ, ບົດສະຫຼຸບ ສ່ອງແສງ, ລາຍງາຍ, ສະຫຼຸບການໃຊ້ຈ່າຍງົບປະມານຕ່າງໆ ແລະ ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ.
  • ຄຸ້ມຄອງພາຫານະ ແລະ ອຸປະກອນຕ່າງໆທີ່ເປັນຊັບສິນລວມຂອງພະແນກ.
  • ການສ້າງແຜນຕ່າງໆວຽກງານຕ່າງໆຂອງພະແນກ.
  • ຄຸ້ມຄອງບັນດານິຕິກໍາກ່ຽວກັບວຽກງານ ຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ, ຄຸ້ມຄອງຂໍ້ມູນການເຂົ້າຮ່ວມກອງປະຊຸມ, ສໍາມະນາ, ທັດສະນະສຶກ ສາ ແລະ ສຶກສາຄົ້ນຄ້ວາວິຊາສະເພາະ ຢູ່ພາຍໃນພະແນກ ແລະ ຕ່າງປະເທດຂອງພະນັກງານພາຍໃນພະແນກ.

 

. ວຽກຄຸ້ມຄອງປ່າໄມ້ບ້ານ

  • ຮັບຜິດຊອບໂດຍກົງ ແລະ ເປັນເສນາທິການຊ່ວຍຄະນະພະແນກກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດໜ້າທີ່ຂອງຕົນ ກ່ຽວກັບວຽກງານຄຸ້ມຄອງປ່າໄມ້ບ້ານ, ມີຄໍາເຫັນຕໍ່ນະໂຍບາຍ ອື່ນໆຂອງລັດຖະບານທີ່ພົວພັນເຖິງ ການຄຸ້ມຄອງປ່າໄມ້ບ້ານ ກໍ່ຄືຍຸດທະສາດປ່າໄມ້ໃນແຕ່ລະໄລຍະ.
  • ຄົ້ນຄ້ວາ ເຕັກນິກວິຊານການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້ບ້ານ ແລະ ຊ່ວຍປະກອບຄໍາຄິດເຫັນຕໍ່ກັບວຽກງານ ຄຸ້ມຄອງປ່າໄມ້ບ້ານ
  • ສ້າງຄວາມເຂັ້ມແຂງ ໃຫ້ທ້ອງຖິ່ນ ກ່ຽວກັບວຽກງານຄຸ້ມຄອງປ່າໄມ້ບ້ານ.
  • ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້ບ້ານຢູ່ທ້ອງຖິ່ນໃນແຕ່ລະໄລຍະ.

 

. ວຽກຄຸ້ມຄອງເຄື່ອງປ່າຂອງດົງ

  • ຮັບຜິດຊອບໂດຍກົງ ແລະ ເປັນເສນາທິການຊ່ວຍຄະນະພະແນກກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດໜ້າທີ່ຂອງຕົນ ກ່ຽວກັບວຽກງານຄຸ້ມຄອງເຄື່ອງປ່າຂອງດົງ, ມີຄໍາເຫັນຕໍ່ນະໂຍບາຍ ອື່ນໆຂອງລັດຖະບານທີ່ພົວພັນເຖິງ ການຄຸ້ມຄອງເຄື່ອງປ່າຂອງດົງ ກໍ່ຄືຍຸດທະສາດປ່າໄມ້ໃນແຕ່ລະໄລຍະ.
  • ຄົ້ນຄ້ວາ ເຕັກນິກວິຊານການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄື່ອງປ່າຂອງດົງ ແລະ ຊ່ວຍປະກອບຄໍາຄິດເຫັນຕໍ່ກັບວຽກງານ ຄຸ້ມຄອງເຄື່ອງປ່າຂອງດົງ
  • ສ້າງຄວາມເຂັ້ມແຂງ ໃຫ້ທ້ອງຖິ່ນ ກ່ຽວກັບວຽກງານຄຸ້ມຄອງເຄື່ອງປ່າຂອງດົງ.
  • ສັງລວມ ແລະ ສ້າງ ແຜນສະເໜີຂໍອານຸຍາດເກັບກູ້ເຄື່ອງປ່າຂອງດົງໃນແຕ່ລະສົກປີ ເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາ ພ້ອມທັງສະຫຼຸບສັງລວມຜົນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ.1
  • ຊຸກຍູ້ ຕິດຕາມການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄື່ອງປ່າຂອງດົງຢູ່ທ້ອງຖິ່ນໃນແຕ່ລະໄລຍະ.