Get Adobe Flash player

ປະກາດຮັບສະໝັກເພື່ອນຮ່ວມງານ

ຜູ້ຊ່ວຍວຽກຈັດຊື້ຈັດຈ້າງ, ຕິດຕາມ ແລະ ປະເມີນຜົນ: 18 ຕຳແໜ່ງ

ບ່ອນປະຈຳການ: ຫ້ອງການຄຸ້ມຄອງໂຄງການເມືອງເປົ້າໝາຍ

ຊື່ໂຄງການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ພາກເໜືອຂອງ ສປປ ລາວ (ຄປຊ), ຊື່ງຈັດຕັ້ງປະຕິບັດຢູ່ 6 ແຂວງພາກເໜືອຂອງ ສປປ ລາວ (ບໍ່ແກ້ວ, ຫົວພັນ, ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ). ຫ່ອງການຄຸ້ມຄອງໂຄງການຂັ້ນສຸນກາງ ຕັ້ງຢູ່ທີ່ພະແນກ ຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້, ກົມປ່າໄມ້, ກະຊສວກະສິກຳ ແລະ ປ່າໄມ້.

ໜ້າທີ່ຮັບຜິດຊອບ

ໜ້າທີ່ຮັບຜິດຊອບຕົ້ນຕໍລວມມີ ແຕ່ຈະບໍ່ຈຳກັດສະເພາະໜ້າວຽກດັງຕໍ່ໄປນີ້:

ກ. ວຽກຈັດຊື້ຈັດຈ້າງ

  • ຊ່ວຍຄະນະພັດທະນາ ແລະ ອາສາສະໝັກບ້ານ ໃນການກະກຽມແຜນຈັດຊື້-ຈັດຈ້າງ, ດໍາເນີນຂັ້ນຕອນການຈັດຊື້-ຈັດຈ້າງ, ຮ່າງສັນຍາ, ຄຸ້ມຄອງສັນຍາ ຕາມລະບຽບຈັດຊື້-ຈັດຈ້າງຂອງໂຄງການ;
  • ຊ່ວຍທີ່ປຶສາຈັດຊື້-ຈັດຈ້າງ ສູນກາງ ໃນການເກັບກຳຂໍ້ມູນຜູ້ສະໜອງ (ຜູ້ຮັບເໝົາກໍ່ສ້າງ, ຜູ້ສະໜອງສິນຄ້າ, ຜູ້ສະໜອງບໍລິການວຽກງານອຶ່ນໆ…);
  • ຊ່ວຍຄຸ້ມຄອງກົນໄກການຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງ ທີ່ກ່ຽວຂ້ອງກັບການຈັດຊື້-ຈັດຈ້າງ ໂດຍປະສານງານກັບພາກສ່ວນກ່ຽວຂ້ອງ;
  • ພັດທະນາ ແລະ ຮັກສາສາຍພົວພັນອັນດີ ກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຜູ້ຮັບເໝົາ, ຜູ້ສະໜອງສິນຄ້າ, ສະໜອງບໍລິການວຽກງານອຶ່ນໆ ເພື່ອຮັບປະກັນການສົ່ງມອບສິນຄ້າ ແລະ/ຫຼື ບໍລິການ.

. ວຽກຕິດຕາມ ແລະ ປະເມີນຜົນ

  • ຊ່ວຍວຽກປະສານງານ ແລະ ສະໜັບສະໜູນທີ່ປຶກສາ ຕິດຕາມ ແລະ ປະເມີນຜົນ ແລະ ພະນັກງານ ຂັ້ນເມືອງ ແລະ ແຂວງ ທີ່ຮັບຜິດຊອບວຽກຕິດຕາມ ແລະ ປະເມີນຜົນ ໂດຍເປັນຈຸດປະສານງານ ລະຫວ່າງຂັ້ນເມືອງ ແລະ ຂັ້ນບ້ານ;
  • ຊ່ວຍໃນການເກັບກຳ ແລະ ກວດສອບຂໍ້ມູນພື້ນຖານຂອງບ້ານເປົ້າໝາຍ, ການລາຍງານການຈັດຕັ້ງປະຕິບັດກິດຈະກຳໂຄງການ ໂດຍທຽບໃສ່ຕົວຊີ້ວັດ;
  • ຊ່ວຍຄະນະພັດທະນາບ້ານ, ອາສາສະໝັກບ້ານ ໃນການຕິດຕາມ ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງກອງທຶນບ້ານ ແລະ ຊ້ວຍໃນການກະກຽມບົດລາຍງານການຕິດຕາມ ແລະ ປະເມີນຜົນ;
  • ຊ່ວຍກວດ ແລະ ຄັດຈ້ອນບົດສະເໜີກິດຈະກຳສົ່ງເສີມຊີວິດການເປັນຢູ່ຂອງຊຸມຊົນ ແລະ ກິດຈະກຳຄຸ້ມຄອງປ່າໄມ້ຂັ້ນບ້ານ;
  • ສະໜັບສະໜູນ ແລະ ອຳນວຍຄວາມສະດວກ ໃນການຄຸ້ມຄອງກົນໄກການຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງ ໂດຍປະສານງານກັບໜ່ວຍໄກ່ເກ່ຍບ້ານ ແລະ ອຳນາດການປົກຄອງບ້ານ;

ເງື່ອນໄຂຂອງຜູ້ສະໝັກ:

  • ຊັ້ນສູງ ຫລື ທຽບເທົ່າ ໃນສາຂາທີ່ກ່ຽວຂ້ອງກັບສະຖິຕິ, ບໍລິຫານທຸລະກິດ, ການຄຸ້ມຄອງສິ່ງແວດລ້ອມ ຫຼື ຊັບພະຍາກອນທຳມະຊາດ, ການພັດທະນາຊົນນະບົດ/ຊຸມຊົນ ຫຼື ສາຂາທີ່ກ່ຽວຂ້ອງ;
  • ມີປະສົບການເຮັດວຽກທີ່ກ່ຽວກັບການຕິດຕາມ ແລະ ປະເມີນຜົນ, ການຈັດຊື້-ຈັດຈ້າງ;
  • ມີປະສົບການເຮັດວຽກກັບອົງການຈັດຕັ້ງພາຍໃນ ຫຼື ສາກົນ ຫຼື ໂຄງການທີ່ໄດ້ຮັບທຶນຈາກອົງການຈັດຕັ້ງສາກົນ;
  • ມີທັກສະໃນການນຳໃຊ້ຄອມພິວເຕິ້ເຊັ້ນ: ໂປຣແກຣມ Microsoft Office (Microsoft Word, Excel, ແລະ PowerPoint) ແລະ ເຄື່ອງມືການສື່ສານທາງທຸລະກິດ;
  • ສາມາດຂຽນ ແລະ ສື່ສານພາສາອັງກິດໄດ້ຂັ້ນພື້ນຖານ.

ທ່ານສາມາດຢື່ນໜັງສືສະແດງຄວາມສົນໃຈ ອະທິບາຍເຖິງລະດັບການສິກສາ ແລະ ປະສົບການຂອງຕົນທີ່ກ່ຽວຂ້ອງ ເພື່ອສະແດງໃຫ້ເຫັນວ່າມີຄວາມວ່າເໝາະສົມກັບຕຳແໜ່ງນີ້ ພ້ອມຄັດຕິດຊີວະປະຫວັດ (CV), ສົ່ງໄປທາງອີເມລ: procurement.gfll@gmail.com,

ວັນປິດຮັບສະໝັກ 21/6/2024, ສະເພາະຜູ້ທີ່ຖືກຄັດເລືອກເທົ່ານັ້ນ ຈະໄດ້ຮັບການຕິດຕໍ່ເພື່ອສຳພາດ.

Downloads File: TOR_Support staff_Pro-M&E