Get Adobe Flash player

ຂໍ້ຕົກລົງ
ຂອງກອງເລຂາ ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້
ວ່າດ້ວຍ ພາລະບົດບາດ ຂອງຫ້ອງການກອງເລຂາກອງທຶນພັດ ທະນາປ່າໄມ້ ແລະ
ຊັບພະຍາກອນປ່າໄມ້-

-ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 38/ນຍ,ລົງວັນທີ 21/02/2005 ວ່າດ້ວຍ ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້

-ອິງຕາມ ກົດລະບຽບ ຂອງກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ສະບັບເລກທີ 0264/ກປ.ກພປຊ, ລົງວັນທີ 27/09/2005

ກອງເລຂາກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕົກລົງ:

ໝວດທີ I
ທີ່ຕັ້ງ ແລະ ພາລະບົດບາດ

ມາດຕາ 1. ຫ້ອງການ ກອງເລຂາ ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແມ່ນການຈັດຕັ້ງປະຈຳ
ການ ຂອງກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີພາລະບົດ ບາດເປັນ ເສນາທິການ ໃຫ້ແກ່ກອງເລຂາ ກອງທຶ ໃນການຈັດຕັ້ງປະຕິບັດ ຕາມໜ້າທີ່ ແລະ ສິດທີ່ໄດ້ກຳນົດໄວ້ ຢູ່ມາດຕາ 11 ຂອງດຳລັດ ສະບັບເລກທີ 38/ນຍ, ລົງວັນທີ 21/ 2/2005

ມາດຕາ 2. ໜ້າທີ່
2.1 ຄົ້ນຄວ້ານຳສະເໜີກ່ຽວກັບ ແຜນການສະຫນອງທຶນ ຈາກກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາ
ປ່າໄມ້ ເພື່ອນຳໃຊ້ເຂົ້າໃນການປະຕິບັດ ແຜນພັດທະນາປ່າໄມ້ໄລຍະສັ້ນ,ໄລຍະກາງ ແລະ ໄລຍະຍາວ.
2.2 ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ເພື່ອປຸກລະດົມ ສ້າງລາຍຮັບໃຫ້ແກ່ກອງທຶນ
ຈາກຄ່າບູລະນະປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ຄ່າພັນທະປູກປ່າ, ຄ່າສຳຫຼວດປ່າໄມ້ ແລະ ລາຍຮັບອື່ນໆ ດັ່ງທີ່ໄດ້ກຳນົດໄວ້ ຢູ່ມາດຕາ 12 ຂອງດຳລັດ 38/ ນຍ , ລົງວັນທີ 21/2/2005 ໃຫ້ລວມສູນ ແລະ ບັນລຸຜົນຕາມແຜນການ ທີ່ສະພາບໍລິຫານ ກອງທຶນ ວາງອອກ.
2.3 ຄົ້ນຄວ້າວິໄຈ, ສັງລວມ ແຜນການ ແລະ ງົບປະມານ ຊ່ວຍກອງເລຂາ ກອງທຶນ ກ່ອນນຳສະເໜີ ສະພາ
ບໍຫານ ກອງທຶນພິຈາລະນາ ແລະ ຮັບຮອງຕາມລະບຽບການພ້ອມທັງສ້າງແຜນເຄື່ອນໄຫວປຳປີ, ປະຈຳ ງວດ,ປະຈຳເດືອນ ຂອງກອງທຶນ ແລະ ສະຫຼຸບຕີລາຄາ ປະເມີນຜົນ ການຈັດຕັ້ງປະຕິບັດ ໂດຍທຽບ ຖານໃສ່ແຜນແຕ່ລະໄລຍະ ຂອງການພັດທະນາປ່າໄມ້ ແລະ ແຜນຍຸດທະສາດປ່າໄມ້ ໃຫ້ທັນກຳນົດ ເວລາ
2.4 ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງ
ການຕ່າງໆທີ່ນຳໃຊ້ທືນຮອນ ຈາກກອງທຶນ ກພປຊ.
2.5 ບຳລຸງສ້າງ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານ ລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບ
ຂອງຕົນ ໃຫ້ເໝາະສົມ.
2.6 ພົວພັນປະສານຮ່ວມມື ກັບຕ່າງ ປະເທດ ແລະ ອົງການຈັດຕັ້ງສາກົນ ບົນພື້ນຖານ ແນວທາງນະໂຍບາຍ
ຂອງພັກ ແລະ ລະບຽບກົດໝາຍຂອງລັດ ຕາມການມອບໝາຍ ຂອງກອງເລຂາ
2.7 ບໍລິການຮັບໃຊ້ກອງປະຊຸມຕ່າງໆ ຂອງກອງເລຂາ ກອງທຶນ ແລະ ສະພາບໍລິຫານ ກອງທຶນ ກພປຊ

ມາດຕາ 3. ຂອບເຂດສິດ
3.1 ປະສານສົມທົບດ້ານວຽກງານສົ່ງເສີມ ແລະ ພັດທະນາປ່າໄມ້ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ຕາມການ ມອບໝາຍ ຂອງກອງເລຂາ.
3.2 ຊຸກຍູ້ ຕິດຕາມ, ປະເມີນຜົນ ແລະ ໃຫ້ຄຳແນະນຳ ກ່ຽວກັບການນຳໃຊ້ທຶນຮອນຈາກ ກອງທຶນ ກພປຊ
ເຂົ້າໃນວຽກງານການສົ່ງເສີມການປູກໄມ້ ແລະ ພັດທະນາປ່າໄມ້ ໃນຂອບເຂດທົ່ວປະເທດ ຕາມເປົ້າ ໝາຍ ຂອງກອງທຶນ.
3.3 ເປັນເຈົ້າການໃນການຝຶກອົບຮົມ, ເຂົ້າຮ່ວມການຝຶກອົບຮົມ ແລະ ຍົກລະດັບດ້ານວິຊາການ ພ້ອມທັງ
ສະຫນອງຂໍ້ມູນທີ່ຈຳເປັນ ໃນການຄຸ້ມຄອງ ບໍລິຫານ ກອງທຶນ ກພປຊ ໃຫ້ແກ່ທ້ອງຖິ່ນ ໃຫ້ມີຄວາມຮູ້ ຄວາມສາມາດ ໃນການຂົນຂວາຍແຫລ່ງທຶນ, ການເກັບລາຍຮັບ ຂອງກອງທືນ ໃຫ້ລວມສູນ ແລະ ການ ສະຫຼຸບລາຍຮັບ-ລາຍຈ່າຍ ໃຫ້ຖືກຕ້ອງຕາມລະບຽບ ກອງທຶນ ແລະ ກະຊວງ ການເງິນວາງອອກ.
3.4 ຄົ້ນຄວ້າ ແລະ ນຳສະເໜີ ກ່ຽວກັບການແຕ່ງຕັ້ງ, ສັບຊ້ອນດ ຍ້ອງຍໍ, ຍົກຍາຍໜ້າທີ່, ປົດຕຳແໜ່ງ, ປະຕິບັດວິໄນ ແລະ ຈັດວາງການຄຸ້ມຄອງ, ນຳໃຊ້ພະນັກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ
3.5 ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດ, ວັດຖຸສິ່ງຂອງ ພາຫະນະ, ງົບປະມານ ແລະ ການລົງທຶນ ທີ່ກ່ຽວພັນກັບ
ວຽກງານ ແລະ ຄວາມຮັບຜິດຊອບຂອງຕົນ.

ໝວດທີ II
ກົງຈັກຊ່ວຍວຽກ, ບຸກຄະລາກອນ ແລະ ແບບແຜນວິທີເຮັດວຽກ

ມາດຕາ 4. ໂຄງປະກອບ ການຈັດຕັ້ງ
4.1 ຫ້ອງການ ກອງເລຂາ ກອງທຶນ ປະກອບມີຫົວໜ້າ ຫ້ອງການ 1 ທ່ານ, ຮອງ 1 ທ່ານ ແລະ ພະນັກງານ
ວິຊາການ ບໍລິຫານ,ແຜນການ,ບັນຊີ ແລະ ຄັງເງິນສົດ ເຊິ່ງໄດ້ຮັບການແຕ່ງຕັ້ງ ຈາກລັດຖະມົນຕີ ຊ່ວຍວ່າການ ກະຊວງກະສິກຳ ແລະ ປ່າໄມ້ ໂດນດີ ຂອງປະທານສະພາບໍລິຫານ ກອງທຶນ ກພປຊ ຕາມການສະເໜີ ຂອງກອງເລຂາ ກອງທຶນ. ໃນກໍລະນີທີ່ມີວຽກເພີ້ມເຕີມ, ວຽກລະດົມ, ວຽກຮີບດ່ວນ ຫຼື ວຽກລະດູການ ຫ້ອງການ ກອງເລຂາ ກອງທຶນ ສາມາດນຳສະເໜີຕໍ່ ຫົວໜ້າ ກອງເລຂາ ກອງທຶນ ເພື່ອຂໍອະນຸມັດ ຮັບເອົາພະນັກງານ ຕາມສັນຍາ ຕາມຄວາມເໝາະສົມ.
4.2 ຫົວໜ້າຫ້ອງການ ມີຄວາມຮັບຜິດຊອບໂດຍກົງຕໍ່ຫົວໜ້າກອງເລຂາ ກອງທຶນ ກ່ຽວກັບຜົນສຳເລັດ ແລະ
ຂໍ້ຂາດຕົກບົກຜ່ອງ ໃນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຕົນ
ມາດຕາ 5. ກົງຈັກຊ່ວຍວຽກ
ຫ້ອງການ ກອງທຶນປະກອບມີ ກົງຈັກຊ່ວຍວຽກຈຳນວນຫນຶ່ງເພື່ອລົງເລິກ ແລະ ຈັດຕັງປະຕິບັດ
ວຽກງານແຜນການ, ບໍລິຫານ,ບັນຊີ ແລະ ຄັງເງິນສົດ
5.1 ຂະແໜງບໍລິຫານ-ແຜນການ ມີໜ້າທີ່ ໃນການຄົ້ນຄວ້າວິໃຈ ແລະ ສັງລວມໂຄງການ ແລະ ແຜນການ
ກ່ຽວກັບ ການພັດທະນາປ່າໄມ້ ຂອງພາກສ່ວນຕ່າງໆທີ່ນຳສະເໜີຂໍນຳໃຊ້ທຶນຮອນ ຈາກກອງທຶນ, ເຮັດ ສະຫຼຸບ ແລະ ປະເມີນຜົນ ນອກຈາກນັ້ນ, ຍັງມີໜ້າທີ່ພົວພັນ ປະສານສົມທົບກັບຂະແໜງການອື່ນໆ ທີ່ກ່ຽວຂ້ອງ ຕາມການມອບໝາຍ ຂອງຫ້ອງການ ກອງເລຂາ ພ້ອມນັ້ນຍັງບໍລິການຮັບໃຊ້, ຮັກສາຄວາມ ເປັນລະບຽບຮຽບຮ້ອຍພາຍໃນຫ້ອງການ, ຈັດສົ່ງ ຕິດຕາມເອກະສານ, ຈັດຊື້ ວັດຖຸອຸປະກອນ,ຈັດຈ້າງ, ຮັບໃຊ້ຈັດກອງປະຊຸມ ແລະ ເກັບກຳຂຶ້ນບັນຊີ ຊັບສົມບັດທັງໝົດ ຂອງກອງທືນ ກພປຊ
5.2 ຂະແໜງບັນຊີ ແລະ ຄັງເງິນ ມີໜ້າທີ່ ໃນການຄຸ້ມຄອງລາຍຮັບກອງທຶນ,ຄຸ້ມຄອງບັນຊີເງິນຝາກຢູ່ຄັງເງິນ
ແຫ່ງຊາດ ແລະ ບັນຊີຄັງເງິນສົດ ຂອງກອງທຶນ ຢ່າງລວມສູນ ເປັນຜູ້ຂຽນບີນຮັບ ແລະ ບິນຈ່າຍເງິນ ໃນບັນຊີຄັງເງິນ ແຫ່ງຊາດ ແລະ ເງິນສົດ ຂອງກອງທຶນ ບົນພື້ນຖານ ການອະນຸມັດຂອງ ກອງເລຂາ ກອງທຶນ ແລະ ຄຳສັ່ງຂອງຫົວໜ້າ ຫ້ອງການ ກອງເລຂາ, ເປັນຜູ້ສະຫຼຸບລາຍຮັບ ແລະ ລາຍຈ່າຍທັງໝົດ ຂອງທຸກພາກສ່ວນທີ່ນຳໃຊ້ງເງິນ ກອງທຶນ ກພປຊ ໃຫ້ຫ້ອງການຊາບ ໃນແຕ່ລະເດືອນ, ງວດ ແລະ ປີ, ພ້ອມທັງຕິດຕາມແລະກວດກາການຈັດຊື້ວັດຖຸຮັບໃຊ້ທີ່ຈຳເປັນຂອງທຸກພາກສ່ວນທີ່ນຳໃຊ້ເງິນ ກອງທຶນ.
ພ້ອມນັ້ນຍັງຄຸ້ມຄອງຄັງເງິນສົດ, ບັນທຶກຮັບ ແລະ ເບີກຈ່າຍງົບປະມານເງິນສົດຕາມບິນຮັບ ແລະ ບິນຈ່າຍເງິນທີ່ພະນັກງານບັນຊີຂຽນອອກ, ຕິດຕາມ ແລະ ກວດກາທຸກການໃຊ້ຈ່າຍ ຂອງທຸກພາກສ່ວນ ທີ່ນຳໃຊ້ເງິນ ກອງທຶນ ໃຫ້ຖືກຕ້ອງຕາມລະບຽບການ, ພ້ອມດຽວກັນນັ້ນ, ຕ້ອງສະຫຼຸບລາຍງານ ສະພາບຄັງເງິນສົດ ໃຫ້ຫ້ອງການ ກອງທຶນ ຊາບ ໃນແຕ່ລະອາທິດ, ເດືອນ, 3 ເດືອນ, 6 ເດືອນ 1 ປີເປັນປົກະຕິ.
ມາດຕາ 6. ແບບແຜນວິທີ່ເຮັດວຽກ
6.1 ປະຕິບັດຫລັການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ລະບອບຫົວ
ໜ້າດຽວຕາມລະບົບແບ່ງຂັ້ນຄຸ້ມຄອງບົນພື້ນຖານມີການແບ່ງງານກັນຢ່າງລະອຽດຈະແຈ້ງໃນໝູ່ຄະນະ.
ພ້ອມມອບໝາຍຄວາມຮັບຜິດຊອບ ແລະ ສິດໃນການຕັດ ສິນບັນຫາ ຕາມໜ້າທີ່ມອບໝາຍໃຫ້.
6.2 ການເຄື່ອນໄຫວຂອງຫ້ອງການ ກອງເລຂາກອງທຶນແມ່ນຕາມນະໂຍບາຍຂອງພັກ ແລະ ລະບຽບກົດ
ໝາຍຂອງລັດ,ເປັນຕົ້ນແມ່ນຫັນເອົາທຶນເຂົ້າໃນແຜນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕິດພັນ ກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ
6.3 ຫົວໜ້າຫ້ອງການ ກອງເລຂາກອງທຶນເປັນຜູ້ລົງລາຍເຊັນຕໍ່ບັນດາເອກະສານທີ່ສຳຄັນ ຕາມພາລະບົດບາດຂອງຕົນ, ກໍລະນີຕິດຂັດ ຫລື ໄປເຄື່ອນໄຫວວຽກງານທາງໄກ, ຫົວໜ້າຫ້ອງການ ກອງເລຂາວ່າການ ແທນ 

ໝວດທີ III
ຂໍ້ບັນຍັດສຸດທ້າຍ

ມາດຕາ 7 .ຫ້ອງການ ກອງເລຂາ ກອງທຶນ ບໍ່ມີກາປະທັບເປັນ ຂອງຕົນເອງແຕ່ອະນຸຍາດ ໃຫ້ນຳ ໃຊ້ເຂົ້າ ໃນການເຄື່ອນ ໄຫວວຽກງານທາງດ້ານລັດຖະການ ໂດຍສະເພາະແມ່ນນຳໃຊ້ກາປະທັບ ຂອງ ກອງເລຂາ ເພື່ອວຽກງານພົວພັນພາຍນອກ ແລະ ວຽກງານບໍລິຫານຫ້ອງການ ກອງເລຂາ ກອງທຶນ ຕາມການມອບໝາຍ ຂອງກອງເລຂາ ກອງທືນ
ມາດຕາ 8 ກົມ, ພະແນກ, ກອງ, ຫ້ອງການ, ສະຖາບັນ ອ້ອມຂ້າງກະຊວງ ກະສິກຳ ແລະ ປ່າໄມ້ ແລະ ພາກສວ່ນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງ ປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ
ມາດຕາ 9 ຂໍ້ຕົກລົງສະບັບນີ້, ມີຜົນນຳໃຊ້ໄດ້ນັບແຕ່ ວັນລົງລາຍເຊັນເປັນຕົ້ນໄປ.

                                                                                                ຫົວໜ້າ ກອງເລຂາ
                                                                                              ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້