Get Adobe Flash player

ກຸ່ມວຽກສົ່ງເສີມປູກໄມ້ ແລະ ການລົງທຶນປ່າໄມ້

. ວຽກສັງລວມ ແລະ ປະເມີນຜົນ

  • ປະຕິບັດກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ກ່ຽວກັບ ວຽກປູກໄມ້, ການລົງທຶນປ່າໄມ້ ແລະ ທີ່ດິນປ່າໄມ້;
  • ຄົ້ນຄວ້າຫັນເອົາແນວທາງນະໂຍບາຍ, ແຜນຍຸດທະສາດປ່າໄມ້ ເພື່ອຜັນຂະຫຍາຍມາເປັນແຜນການແຜນງານ ແລະ ໂຄງການອັນລະອຽດ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ໄດ້ ຮັບຜົນດີ.
  • ສ້າງ ແລະ ປັບປຸງຄູ່ມືດ້ານເຕັກນິກວິຊາການກ່ຽວກັບ ວຽກປູກໄມ້, ການລົງທຶນປ່າໄມ້ ແລະ ທີ່ດິນປ່າໄມ້;

. ວຽກສົ່ງເສີມປູກໄມ້

  • ຄົ້ນຄວ້າປະກອບຄຳເຫັນ ກ່ຽວກັບການລົງທຶນດ້ານປ່າໄມ້, ທີ່ດິນປ່າໄມ້ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ.
  • ຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບການສະເໜີຕໍ່ທະບຽນວິສະຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ດ້ານປ່າໄມ້ ເພື່ອນຳສະເໜີກົມປ່າໄມ້ ພິຈາລະນາ;
  •  ຄຸ້ມຄອງ ການລົງທືນດ້ານປ່າໄມ້ ແລະ ທີ່ດີນປ່າໄມ້ຂອງພາກສ່ວນຕ່າງໆ. ພ້ອມທັງຊຸກຍູ້ຕິດຕາມການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາສວນປູກໄມ້ ແລະ ການນຳໃຊ້ໄມ້ປູກ.
  • ຊຸກຍູ້ການຂຶ້ນທະບຽນ ສວນປູກໄມ້, ການສ້າງສວນກ້າເບ້ຍໄມ້ ແລະ ການປົກປັກຮັກສາແຫຼ່ງແກ່ນພັນໄມ້.
  •  ຕິດຕາມການຂຸດຄົ້ນໄມ້ປູກ ແລະ ການເຄື່ອນຍ້າຍໄມ້ປູກ ທັງພາຍໃນ ແລະ ສົ່ງອອກ ຕ່າງປະເທດ;

. ວຽກຄຸ້ມຄອງການລົງທຶນປ່າໄມ້

  • ຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກວິທະຍາສາດທັງພາຍໃນ ແລະ ຕ່າງປະເທດ.
  • ຄົ້ນຄວ້າປະກອບຄຳເຫັນ ກ່ຽວກັບການລົງທຶນດ້ານປ່າໄມ້, ທີ່ດິນປ່າໄມ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
  • ເກັບກຳຂໍ້ມູນສະຖິຕິການປູກໄມ້, ການລົງທຶນດ້ານປ່ໄມ້, ທີ່ດິນປ່າໄມ້ ໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ.
  • ຄົ້ນຄ້ວາ ນຳສະເໜີ ແຜນກໍ່ສ້າງ, ບຳລຸງ, ຍົກລະດັບ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານພາຍໃນພະແນກຂອງຕົນ;
  • ເຂົ້າຮ່ວມກອງປະຊຸມ, ສຳມະນາ, ທັດສະນະສຶກສາ, ຄົ້ນຄວ້າ ດ້ານວິຊາສະເພາະ ຢູ່ ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ.
  • ຄຸ້ມຄອງຕິດຕາມ ພະນັກງານ, ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
  • ຄຸ້ມຄອງເອກະສານ, ຊັບສິນຂອງລັດ, ການນຳໃຊ້ງົບປະມານ, ພາຫະນະ ແລະ ອຸປະກອນ ຮັບໃຊ້ວິຊາສະເພາະ ທີ່ການຈັດຕັ້ງປະກອບໃຫ້.
  • ປະສານສົມທົບ ກັບພະແນກ, ກອງ ແລະ ຫ້ອງການ ທີ່ຂຶ້ນກັບກົມປ່າໄມ້ ແລະ ຂະແໜງ ການທີ່ກ່ຽວຂ້ອງອື່ນໆ ໃນການແລກປ່ຽນບົດຮຽນ ແລະ ຂໍ້ມູນຕ່າງໆ.
  • ຄົ້ນຄວ້ານຳສະເໜີ ກ່ຽວກັບ ກຳນົດມາດຖານຕຳແໜ່ງງານ, ປັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນ ບຸກຄະລາກອນ ຂັ້ນຂະແໜງ  ແລະ ວິຊາການພາຍໃນພະແນກຂອງຕົນ;
  • ສ້າງແຜນ, ສະຫຼຸບລາຍງານປະຈຳອາທິດ, ເດືອນ, ງວດ, ປີ ແລະ 5 ປີ,ສົມທົບກັບພາກສ່ວນ ກ່ຽວຂ້ອງຕິດຕາມ, ປະເມີນຜົນບັນດາໜ້າວຽກ, ແຜນການ ແລະ ໂຄງການຕ່າງໆ ທີ່ພະແນກ ຕົນຮັບຜິດຊອບ.