Get Adobe Flash player

ປະກາດຮັບສະໝັກເພື່ອນຮ່ວມງານ

ຜູ້ຊ່ວຍວຽກບໍລິຫານການເງິນ: 18 ຕຳແໜ່ງ

ບ່ອນປະຈຳການ: ຫ້ອງການຄຸ້ມຄອງໂຄງການເມືອງເປົ້າໝາຍ

ຊື່ໂຄງການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ພາກເໜືອຂອງ ສປປ ລາວ (ຄປຊ), ຊື່ງຈັດຕັ້ງປະຕິບັດຢູ່ 6 ແຂວງພາກເໜືອຂອງ ສປປ ລາວ (ບໍ່ແກ້ວ, ຫົວພັນ, ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ). ຫ່ອງການຄຸ້ມຄອງໂຄງການຂັ້ນສຸນກາງ ຕັ້ງຢູ່ທີ່ພະແນກ ຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້, ກົມປ່າໄມ້, ກະຊສວກະສິກຳ ແລະ ປ່າໄມ້.

ໜ້າທີ່ຮັບຜິດຊອບຫລັກ

  • ຊ່ວຍວຽກບໍລິຫານທົ່ວໄປ ຈອງທີ່ພັກ, ປີ້ລົດລົດໂເຍສານ, ປີ້ລົດໄຟ ແລະ ອື່ນໆ ໃນການກະກຽມການຈັດກອງປະຊຸມ (ທາງໄກ້/ທາງໄກ), ການຝຶກອົບຮົມ, ແຜນການເດີນທາງ ແລະ ອື່ນໆ;
  • ຊ່ວຍປະສານງານ ແລະ ສື່ສານກັບພາກສ່ວນກ່ຽວຂ້ອງ (ຂັ້ນແຂວງ, ເມືອງ ແລະ ບ້ານ);
  • ຊ່ວຍຕິດຕາມ​ລາຍ​ຈ່າຍ​ຂອງ​ເມືອງ ແລະ ບ້ານເປົ້າ​ໝາຍ ​ເພື່ອ​ຮັບປະກັນ​ການ​ເບີກ​ຈ່າຍ​ເງິນ​ ໄດ້ຮັບການຈັດຕັ້ງປະຕິບັດ​ຕາມ​ລະບຽບຄຸ້ມຄອງການເງິນ​ຂອງ​ໂຄງການ ​ແລະ ລະບຽບ​​ຂອງ​ກະຊວງ​ການເງິນ;
  • ຊ່ວຍໃນການກວດກາຄວາມຖືກຕ້ອງ ຂໍ້ມູນ ບັດລົງບັນຊີ, ໃບຮັບເງິນ, ຍອດບັນຊີ, ຍອດຄົງເຫຼືອ, ຄາດຄະເນງົບປະມານ ແລະ ລາຍງານການເງິນອື່ນໆ;
  • ຊ່ວຍ​ກວດ ແລະ ຕິດຕາມການດຸນດ່ຽງ ເງິນເບີກຈ່າຍ​ລ່ວງ​ໜ້າ;
  • ຊ່ວຍໃນການກະກຽມເອກະສານທີ່ຈໍາເປັນຕາມການຊີ້ນໍາຂອງຫນ່ວຍງານການເງິນ ກປມ ສໍາລັບການກວດສອບພາຍໃນ ແລະ ພາຍນອກ;
  • ເກັບກຳຂໍ້ມູນການເງິນ ແລະ ສັງລວມແຜນວຽກ, ລາຍງານການເງິນຂັ້ນເມືອງ ແລະ ບ້ານ ເພື່ອລົງບັນຊີ;
  • ຮັບ​ຜິດ​ຊອບ​ປ້ອນ​ຂໍ້​ມູນ​ການ​ເງິນ​ເຂົ້າ​ລະບົບໂປຣແກຣມ​ບັນ​ຊີ ​ແລະ ​ອື່ນໆ​ຕາມໜ້າທີ່ຮັບຜິດຊອບ;
  • ສະໜັບສະໜູນວຽກງານດ້ານວິຊາການ ແລະ ຈັດຝຶກອົບຮົມໃຫ້ຄະນະພັດທະນາບ້ານ ແລະ ພະນັກງານຮັບຜິດຊອບການເງີນຂັ້ນເມືອງ;
  • ຊ່ວຍກະກຽມ ແລະ ປະກອບເອກະສານກ່ຽວກັບການຄ່ຽນເງິນ ລວມທັງເອກະສານຕ່າງໆທີ່ກ່ຽວຂ້ອງ;
  • ຊ່ວຍຕິດຕາມການຂຶ້ນທະບຽນ ແລະ ຕິດຕາມບັນຊີຊັບສິນຂອງໂຄງການຢູ່ຂັ້ນເມືອງ ແລະ ບ້ານ. ຮັບປະກັນບັນຊີຊັບສິນໄດ້ຮັບການປັບປຸງຢ່າງປົກກະຕິ;
  • ຊ່ວຍໃນການກວດກາການຂື້ນແຜນງົບປະມານໃນການຈັດຕັ້ງປະຕິບັດກີດຈະກຳ ຂັ້ນເມືອງ ແລະ ບ້ານ;
  • ຊ່ວຍໃນການກະກຽມບົດລາຍງານການເງີນປະຈຳເດືອນ ແລະ ໄຕມາດ ຂອງ ເມືອງ ແລະ ບ້ານ.

ເງື່ອນໄຂຂອງຜູ້ສະໝັກ:

  • ຊັ້ນສູງ ຫລື ທຽບເທົ່າປະລິນຍາຕີບໍລິຫານທຸລະກິດ ສາຂາການເງິນ, ການບັນຊີ ຫຼື ສາຂາທີ່ອື່ນໆທີ່ກ່ຽວຂ້ອງ.
  • ມີປະສົບການເຮັດວຽກກ່ຽວກັບ ບໍລີຫານ-ການເງິນ ກັບອົງການໃຫ້ທືນສາກົນ, ໂຄງການພັດທະນາຂອງລັດ ຫຼື ບໍລິສັດເອກະຊົນ ຈະໄດ້ຮັບການພິຈາລະນາພິເສດ
  • ມີທັກສະໃນການນຳໃຊ້ຄອມພິວເຕິ້ເຊັ້ນ: ໂປຣແກຣມ Microsoft Office (Microsoft Word, Excel, ແລະ PowerPoint) ແລະ ເຄື່ອງມືການສື່ສານທາງທຸລະກິດ.
  • ສາມາດຂຽນ ແລະ ສື່ສານພາສາອັງກິດໄດ້ຂັ້ນພື້ນຖານ.

ທ່ານສາມາດຢື່ນໜັງສືສະແດງຄວາມສົນໃຈ ອະທິບາຍເຖິງລະດັບການສິກສາ ແລະ ປະສົບການຂອງຕົນທີ່ກ່ຽວຂ້ອງ ເພື່ອສະແດງໃຫ້ເຫັນວ່າມີຄວາມວ່າເໝາະສົມກັບຕຳແໜ່ງນີ້ ພ້ອມຄັດຕິດຊີວະປະຫວັດ (CV), ສົ່ງໄປທາງອີເມລ: procurement.gfll@gmail.com,

ວັນປິດຮັບສະໝັກ 21/6/2024, ສະເພາະຜູ້ທີ່ຖືກຄັດເລືອກເທົ່ານັ້ນ ຈະໄດ້ຮັບການຕິດຕໍ່ເພື່ອສຳພາດ.

Download File: ToR_ support staff_Admin-Finance _vx