Get Adobe Flash player

ປະກາດຮັບສະໝັກເພື່ອນຮ່ວມງານ

ຜູ້ຊ່ວຍວຽກຈັດຕັ້ງປະຕິບັດ ແລະ ຄຸ້ມຄອງກອງທຶນບ້ານ: 18 ຕຳແໜ່ງ

ບ່ອນປະຈຳການ: ຫ້ອງການຄຸ້ມຄອງໂຄງການເມືອງເປົ້າໝາຍ

ຊື່ໂຄງການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ພາກເໜືອຂອງ ສປປ ລາວ (ຄປຊ), ຊື່ງຈັດຕັ້ງປະຕິບັດຢູ່ 6 ແຂວງພາກເໜືອຂອງ ສປປ ລາວ (ບໍ່ແກ້ວ, ຫົວພັນ, ຫຼວງນ້ຳທາ, ຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ). ຫ່ອງການຄຸ້ມຄອງໂຄງການຂັ້ນສຸນກາງ ຕັ້ງຢູ່ທີ່ພະແນກ ຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້, ກົມປ່າໄມ້, ກະຊສວກະສິກຳ ແລະ ປ່າໄມ້.

ໜ້າທີ່ຮັບຜິດຊອບ

ໜ້າທີ່ຮັບຜິດຊອບຕົ້ນຕໍລວມມີ ແຕ່ຈະບໍ່ຈຳກັດສະເພາະໜ້າວຽກດັງຕໍ່ໄປນີ້:

  • ຊ່ວຍວຽກບໍລິຫານທົ່ວໄປ ຊ່ວຍກະກຽມ ແລະ ວາງແຜນວຽກ (ແຜນປະຈຳເດືອນ, ແຜນໄຕມາດ, ແຜນປະຈໍາປີ);
  • ຊ່ວຍຕິດຕາມ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກີດຈະກຳ ແລະ ປະສານງານເກັບກຳຂໍ້ມູນທີ່ຈຳເປັນ ນຳພາກສ່ວນກ່ຽວຂ້ອງ ສໍາລັບການລາຍງານຜົນໄດ້ຮັບຕາມກອບຕົວຊີ້ວັດ;
  • ຊ່ວຍປະສານງານ ແລະ ກະກຽມຄວາມພ້ອມ ໃນການຝຶກອົບຮົມ, ກອງປະຊຸມ ແລະ ການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ;
  • ສະໜັບສະໜູນ​​ໃນການວາງ​ແຜນ​ສ້າງ​ຄວາມ​ສາມາດ ​ແລະ ດຳ​ເນີນ​ການ​ຝຶກ​ອົບຮົມ​ໃຫ້​ແກ່ພາກສ່ວນຕ່າງໆ ກ່ຽວກັບ ຂະບວນການເຂົ້າຮ່ວມຂອງຊຸມຊົນ (CEP), ການວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມ (PLUP), ການວາງແຜນຄຸ້ມຄອງປ່າໄມ້ບ້ານ ແລະ ການກະກຽມແຜນຈັດຕັ້ງປະຕິບັດກິດຈະກຳຂອງຊຸມຊົນ (CAP);
  • ສະໜັບສະໜູນການສ້າງຄວາມອາດສາມາດຂອງພະນັກງານ ເມືອງ ໃນຂົງເຂດວຽກງານຄຸ້ມຄອງປ່າໄມ້, ໂດຍສະເພາະກ່ຽວກັບຄວາມເຂົ້າໃຈຂອງ ການວາງແຜນຄຸ້ມຄອງປ່າໄມ້ບ້ານ.
  • ຊ່ວຍວຽກວິຊາການ ຈັດຕັ້ງປະຕິບັດວຽກງານວາງແຜນຄຸ້ມຄອງປ່າໄມ້ບ້ານ, ວຽກວິຊາການທີ່ກ່ຽວຂ້ອງກັບ GIS/ການສ້າງແຜນທີ່;
  • ຊ່ວຍປະສານງານ, ຄັດຈ້ອນ ແລະ ນຳສະເໜີກິດຈະກຳທີ່ກ່ຽວຂ້ອງກັບ ກະສິກຳ ເພື່ອປັບກັບສະພາບປ່ຽນແປງດິນຟ້າອາກາດ ລວມທັງການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ;
  • ສະໜັບສະໜູນວຽກງານການເຮັດສັນຍາຄຸ້ມຄອງປ່າໄມ້ບ້ານ ກັບບ້ານເປົ້າໝາຍຂອງໂຄງການ, ຫຼື ສັນຍາອະນຸລັກປ່າໄມ້ບ້ານ ໃນບ້ານຜູ້ປົກຄອງ ແລະ ການຈັດຕັ້ງປະຕິບັດ “ແຜນປະຕິບັດງານປ່າໄມ້ບ້ານປະຈຳປີ” (ການປັກຫຼັກໝາຍເຂດແດນ, ການປ້ອງກັນໄຟໄຫມ້ປ່າ, ການຟື້ນຟູທໍາມະຊາດ, ການກວດກາລາດຕະເວນ).

ເງື່ອນໄຂຂອງຜູ້ສະໝັກ:

  • ຊັ້ນສູງ ຫລື ທຽບເທົ່າປະລິນຍາຕີສາຂາກະສິກຳ, ພັດທະນາຊົນນະບົດ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການເຮັດວຽກທີ່ກ່ຽວຂ້ອງຢ່າງໜ້ອຍ1-2 ປີ ໃນການຊ່ວຍວຽກຈັດຕັ້ງປະຕິບັດໂຄງການ ຫຼື ວຽກງານບໍລິຫານ. ມີປະສົບການເຮັດວຽກທີ່ກ່ຽວກັບ ການຕິດຕາມ ແລະ ປະເມີນຜົນ ຈະໄດ້ຮັບການພິຈາລະນາພິເສດ
  • ມີຄວາມຮູ້ດ້ານ ITC, ຄວາມຮູ້ດ້ານ GPS ແລະ GIS ຊອບແວ (ArcGIS, QGIS);
  • ມີຄວາມເຕັມໃຈທີ່ຈະຮຽນຮູ້ ແລະ ຍົກລະດັບຄວາມສາມາດ ທີ່ຈຳເປັນໃນການປະຕິບັດໜ້າທີ່;
  • ລະດັບພາສາອັງກິດແມ່ນສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ໃນລະດັບພື້ນຖານ.

ທ່ານສາມາດຢື່ນໜັງສືສະແດງຄວາມສົນໃຈ ອະທິບາຍເຖິງລະດັບການສິກສາ ແລະ ປະສົບການຂອງຕົນທີ່ກ່ຽວຂ້ອງ ເພື່ອສະແດງໃຫ້ເຫັນວ່າມີຄວາມວ່າເໝາະສົມກັບຕຳແໜ່ງນີ້ ພ້ອມຄັດຕິດຊີວະປະຫວັດ (CV), ສົ່ງໄປທາງອີເມລ: procurement.gfll@gmail.com,

ວັນປິດຮັບສະໝັກ 21/6/2024, ສະເພາະຜູ້ທີ່ຖືກຄັດເລືອກເທົ່ານັ້ນ ຈະໄດ້ຮັບການຕິດຕໍ່ເພື່ອສຳພາດ.

Downloads File: TOR_Support staff_VDF Implementation