Monthly Archives: February 2021
ເປີດໂຄງການຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍ ກາກບອນປ່າໄມ້
ການຊື້-ຂາຍກາກບອນປ່າໄມ້ ມູນຄ່າ 42 ລ້ານໂດລາສະຫະລັດຈະສ້າງຜົນປະໂຫຍດໃຫ້ປະຊາຊົນບັນດາເຜົ່າຢູ່ຂັ້ນທ້ອງຖິ່ນ
ໃນວັນທີ 27 ມັງກອນ 2021, ທີ່ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມ ເພື່ອເປີດໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍກາກບອນປ່າໄມ້ ຈາກການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍກາກບອນປ່າໄມ້ ຢູ່ 6 ແຂວງພາກເຫນືອຂອງລາວ. ໂຄງການດັ່ງກ່າວ ເປັນໂຄງການທໍາອິດຂອງລັດຖະບານ ທີ່ຈະມີການຂາຍສິນເຊື່ອກາກບອນປ່າໄມ້ ໃຫ້ກັບຄູ່ຮ່ວມສັນຍາ ກໍ່ຄື ທາງທະນາຄານໂລກ ຊຶ່ມີມູນຄ່າ ສັນຍາສູງເຖິງ 42 ລ້ານໂດລາສະຫະລັດ. ເງື່ອນໄຂສໍາຄັນຂອງການຊື້ກາກບອນປ່າໄມ້ ຈາກໂຄງການນີ້ ແມ່ນວ່າ ລັດຖະ ບານລາວ ຕ້ອງໄດ້ລົງທຶນເອງລ່ວງຫນ້າ ເຂົ້າໃນການດໍາເນີນ ບັນດາມາດຕະການ ແລະ ກິດຈະກໍາຕ່າງໆ ເພື່ອເປັນຫຼຸດ ຜ່ອນການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ໄປຄຽງຄູ່ກັບ ການສົ່ງເສີມການຟື້ນຟູປ່າ, ປັບປຸງຊີວິດການເປັນຢູ່ ແລະ ອະນຸລັກສິ່ງແວດລ້ອມ. ດັ່ງນັ້ນ, ໂຄງການ ຈິ່ງຖືວ່າມີຄວາມສໍາຄັນຫລາຍ ຕໍ່ການຄຸ້ມຄອງປ່າໄມ້ ແລະ ຫຼຸດຜ່ອນການປ່ຽນແປງສະພາບດິນຟ້າອາກາດ.
ຕາງຫນ້າລັດຖະບານ ສປປ ລາວ ລົງນາມໃນ ສັນຍາຊື້-ຂາຍກາກບອນປ່າໄມ້ (ERPA) ຂອງໂຄງການ ຮ່ວມກັບທະນາຄານໂລກ ແມ່ນ ກະຊວງ ການເງິນ ແລະ ກະຊວງ ກະສິກໍາ ແລະ ປ່າໄມ້ ຊຶ່ງໄດ້ລົງນາມກັນໃນທ້າຍເດືອນທັນ ປີ 2020 ທີ່ຜ່ານ. ພາຍໃຕ້ສັນຍາດັ່ງກ່າວ, ຝ່າຍທະນາຄານໂລກຈະໄດ້ຈ່າຍເງິນໃຫ້ ສປປ ລາວ ເພື່ອແລກປ່ຽນສິນເຊື່ອກາກບອນ ຂອງໂຄງການ ຈໍານວນເຖິງ 8,4 ລ້ານໂຕນ ອາຍກາກໂບນິກທຽບເທົ່າ ໃນລາຄາ 5 ໂດລາສະຫະລັດ ຕໍ່ ໂຕນ; ຝ່າຍ ສປປ ລາວ ຕ້ອງຮັບປະກັນ ຜົນງານດ້ານການແກ້ໄຂສາເຫດຂອງການທໍໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມຢູ່ ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ, ນອກຈາກນັ້ນ ຍັງຕ້ອງໄດ້ມີການດໍາເນີນຂະບວນການປະເມີນ, ພິສູດ ແລະ ຢັ້ງຢືນ ສິນເຊື່ອກາກບອນ ຈໍານວນເຖິງ 8,4 ລ້ານໂຕນ ກ່ອນທີ່ຈະສາມາດສະເຫນີຂາຍ ໃຫ້ກັບທະນາຄານໂລກ ໄດ້. ກອບໄລຍະເວລາຂອງສັນຍາ ແລະ ການຈັດຕັ້ງປະຕິບັດໂຄງການ ແມ່ນ ລະຫວ່າງ 2020 ຫາ 2025.
ເຫດຜົນຕົ້ນຕໍທີ່ຄັດເລືອກ ພື້ນທີ່ໂຄງການ ຢູ່ 6 ແຂວງພາກເໜືອນີ້ ແມ່ນຍ້ອນວ່າ ພື້ນທີ່ດັ່ງກ່າວ ກວມເອົາໜຶ່ງສ່ວນສາມຂອງເນື້ອທີ່ທົ່ວປະເທດ ແລະ ໃນລະຫ່ວາງ ປີ 2005-2015, ອັດຕາການທໍໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ແມ່ນຢູ່ໃນລະດັບສູງ ຊຶ່ງຄິດເປັນ ປະມານ 40 ເປີເຊັນຂອງອັດການສູນເສຍປ່າໄມ້ທັງໝົດທົ່ວປະເທດ.
ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: “ພັກ ແລະ ລັດຂອງພວກເຮົາໄດ້ໃຫ້ຄວາມສໍາຄັນຫລາຍ ຕໍ່ວຽກງານປ່າໄມ້ ຊຶ່ງຍາມໃດກໍ່ໄດ້ເອົາໃຈໃສ່ ປັບປຸງ ແລະ ແກ້ໄຂ ວຽກງານການນໍາໃຊ້ທີ່ດິນ, ການປົກປັກຮັກສາປ່າໄມ້ ແລະ ສົ່ງເສີມການຟື້ນຟູປ່າ ໃຫ້ເປັນໄປຕາມກົດໝາຍວ່າດ້ວຍປ່າໄມ້, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໂດຍສະເພາະແນວທາງການພັດທະນາໃຫມ່ ຕາມຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030.” “ໂຄງການນີ້ມີຄວາມສໍາຄັນຕໍ່ການສົ່ງເສີມການພັດທະນາເສດຖະກິດໃຫ້ເຕີບໂຕ ຕາມທິດສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ການນໍາໃຊ້ທີ່ດິນໃນເຂດຊົນນະບົດ ແບບມີສ່ວນຮ່ວມ ແລະ ມີການວາງແຜນ ແບບລວມສູນ, ເພື່ອສ້າງຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ.”
ພາກເໜືອຂອງປະເທດເປັນເຂດພູດອຍ ແລະ ມີປະຊາຊົນຫຼາຍກ່ວາ 20 ຊົນເຜົ່າອາໃສຢູ່. ການເຂົ້າເຖິງ ຫລື ໄປມາຫາສູ່ ມີຄວາມຫຍຸ້ງຍາກ, ການກໍ່ສ້າງພື້ນຖານໂຄງລ່າງມີບໍ່ຫລາຍ ຊື່ງເປັນສາເຫດຫນຶ່ງ ເຮັດໃຫ້ ວັດທະນະທຳຊົນເຜົ່າຕ່າງໆ ສາມາດຫລົງເຫລືອ ຫລື ຖືກອະນຸລັກ ມາເຖິງທຸກວັນນີ້. ເຖິງຢ່າງໃດກໍຕາມ, ລັກສະນະ ແລະ ຈຸດພິເສດດັ່ງກ່າວ ເປັນອຸປະສັກ ແລະ ສິ່ງທ້າທາຍ ສໍາລັບການສ້າງວຽກເຮັດງານທໍາ ຫລື ການປະກອບອາຊີບຂອງປະຊາຊົນທ້ອງຖິ່ນ, ການຄົມມະນາຄົມ, ການເຂົ້າເຖິງການບໍລິການດ້ານສະຫວັດດີການສັງຄົມ ແລະ ການສົ່ງເສີມການຜະລິດເປັນສິນຄ້າ.
ໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (ຄປຊ) ຈະເພີ່ມທະວີຄວາມເຂັ້ມແຂງດ້ານການຄຸ້ມຄອງປ່າໄມ້, ການວາງແຜນນໍາໃຊ້ທີ່ດິນ, ການພັດທະນາທາງເລືອກດ້ານອາຊີບ ແລະ ຄຸ້ມຄອງລະບົບນິເວດປ່າໄມ້ໃຫ້ຍືນຍົງແບບມີການປະສານສົມທົບກັບຫຼາຍພາກສ່ວນ ຢູ່ພາກເໜືອຂອງລາວ. ນອກຈາກນີ້, ໂຄງການ ຈະຄົ້ນຄວ້າ ແລະ ຈັດສັນ ການແບ່ງປັນຜົນປະໂຫຍດ ໃຫ້ຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນການມີສ່ວນຮ່ວມ ແລະ ການເປັນການຮ່ວມກັນຂອງທຸກໆພາກສ່ວນ ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຜົນ ຕາມລະດັບຄາດຫມາຍ. ທ່ານ ນິໂຄລາ ພອນທະຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ “ຮູບແບບການຈ່າຍຄ່າຕອບແທນຕາມຜົນງານຂອງໂຄງການ ເປັນສ່ວນຫນຶ່ງຂອງການສະໜັບສະໜູນ ຈາກທະນາຄານໂລກ ເພື່ອຊຸກຍູ້ລັດຖະບານ ລາວ ດ້ານຄຸ້ມຄອງພູມີທັດປ່າໄມ້ ແລະ ຟື້ນຟູດ້ານເສດຖະກິດຕາມທິດສີຂຽວ ແລະ ຍືນຍົງ. ເງິນທີ່ໄດ້ຮັບຈາກການຈ່າຍຕອບແທນຕາມຜົນງານຈະຊ່ວຍຫລຸດຜ່ອນການປ່ອຍອອກທາດອາຍເຮືອນແກ້ວຄຽງຄູ່ກັບ ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ ທີ່ອາໄສຊັບພະຍາກອນປ່າໄມ້ໃນການດໍາລົງຊີວິດ.”
ສປປ ລາວ ເປັນປະເທດທີ 3 ໃນເຂດອາຊີ ທີ່ໄດ້ເຊັນສັນຍາ ERPA ຮ່ວມກັບທະນາຄານໂລກ (ກອງທຶນຄູ່ຮ່ວມກາກບອນປ່າໄມ້) ຫລັງຈາກອິນໂດເນເຊຍ ແລະ ຫວຽດນາມ, ແລະ ເປັນປະເທດ ທີ 9 ໃນໂລກ. ມູນຄ່າທັງໝົດຂອງສັນຍາ ທີ່ທະນາຄານໂລກໄດ້ລົງນາມກັບ ປະເທດຕ່າງໆໃນໂລກ ລວມມີ ສປປ ລາວ, ຊີລີ, ຄັອດສຕາ ຣີກາ, ໄອວໍຣີ່ຄົດ, ສາທາລະນະລັດປະຊາທິປະໄຕຄອງໂກ, ການາ ແລະ ໂມຊໍາບິກມີມູນຄ່າປະມານ 500 ລ້ານໂດລາສາຫະລັດ. ຄາດວ່າ ປະເທດທີ່ຍັງບໍ່ທັນໄດ້ເຊັນສັນຍາຈະມີການເຊັນສັນຍາຊື້-ຂາຍສິນເຊື່ອກາກບອປ່າໄມ້ ໃນຕົ້ນປີ 2021 ນີ້. ກອງທຶນກາກບອນປ່າໄມ້ແມ່ນການຮ່ວມມືລະດັບໂລກຂອງພາກລັດ, ທຸລະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ຕົວແທນຊົນເຜົ່າ ເພື່ອຫຼຸດຜ່ອນການປ່ອຍອອກອາຍເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ, ການຄຸ້ມຄອງປ່າໄມ້ ແບບຍືນຍົງ ແລະ ການອະນຸລັກແຫຼ່ງເກັບກັກ ທາດກາກບອນ ຫຼື REDD+ ຢູ່ໃນ ປະເທດທີ່ກຳລັງພັດທະນາ. ເລີ່ມຈາກ ປີ 2008, ກອງທຶນກາກບອນປ່າໄມ້ ຮ່ວມກັບ 47 ປະເທດ ທີ່ກຳລັງພັດທະນາ ໃນເຂດ ອາຟຣິກາ, ອາຊີ, ອາເມລິກາລາຕິນ ແລະ ຄາຣີບຽນ, ພ້ອມດ້ວຍຜູ້ໃຫ້ທຶນ (ຈາກ 17 ເເຫຼ່ງທຶນ) ໄດ້ປະກອບສ່ວນເປັນມູນຄ່າ 1,3 ຕື້ໂດລາສາຫະລັດ.