Somphavy Keoka
ຈຸດປະສົງ ມາດຕະຖານ-ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ S-ESMP ສະບັບນີ້ ແມ່ນເພື່ອຮັບໃຊ້ເປັນເຄື່ອງມືໃນການກໍານົດລ່ວງໜ້າ ການຄາດຄະເນຜົນກະທົບ ແລະ ຄວາມສ່ຽງທາງລົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມແລະສັງຄົມ (ES) ຂອງກິດຈະກໍາເບື້ອງຕົ້ນທີ່ຮູ້ຈັກ ທີ່ໄດ້ຮັບທຶນຈາກໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ ໃນ ສ ປປ ລາວ LLL ,ແລະ ເພື່ອກໍານົດເຄື່ອງມືທີ່ຄວາມເຫມາະສົມມີມາດຕະຖານ ແລະ ມາດຕະການ ໃນການຄຸ້ມຄອງແລະການຫຼຸດຜ່ອນຜົນກະທົບ. ກິດຈະກໍາເບື້ອງຕົ້ນ ໂດຍ ມາດຕະຖານ-ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ S-ESMP ສະບັບນີ້ ປະກອບສໍາລັບຕົວຢ່າງການຢ້ຽມຢາມຂອງພະນັກງານໂຄງການ, ອາສາສະໝັກ ແລະ ທີ່ປຶກສາ ສຳລັບປະຊຸມ, ປຶກສາຫາລືຊຸມຊົນ ແລະ ການສ່ວນຮ່ວມຂອງ ຊຸມຊົນ FPIC, ປ່າໄມ້ ແລະ ການຈັດແບ່ງທີ່ດິນປ່າໄມ້ ແລະ ການເຝິກອົບຮົມການວາງແຜນແບບມີສ່ວນຮ່ວມ, ການຕິດຕາມ ແລະ ກວດກາ. ນອກນີ້ ຍັງແກ້ໄຂບັນດາກິດຈະກໍາຢູ່ພາກສະໜາມ ເຊັ່ນ: ການສຳຫຼວດຊີວະນາໆພັນ ແລະ ປ່າໄມ້, ການປັກຫຼັກໝາຍຊາຍແດນ, ການລາດຕະເວນ ແລະ ການບັງຄັບໃຊ້ກົດໝາຍ, ການຄວບຄຸມໄຟປ່າ / ຄຸ້ມຄອງ, ການຄົ້ນຄ້ວາ, ການເຜີຍແຜ່, ການຂະຫຍາຍ, ການສຶກສາອາຊີວະສຶກສາ ແລະ ການເຂົ້າຮ່ວມຂອງຊຸມຊົນ. ຄວາມສ່ຽງແລະຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ES ແລະ ຜົນກະທົບທີ່ຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບໂດຍ ມາດຕະຖານ-ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ S-ESMP ສະບັບນີ້ ລວມມີຕົວຢ່າງ ມົນລະພິດຕໍ່ສິ່ງແວດລ້ອມຍ້ອນການຖິ້ມຂີ້ເຫຍື້ອ, ການບໍລິໂພກ ແລະ ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ການແຜ່ລະບາດຂອງພະຍາດຕິດຕໍ່, ອຸປະຕິເຫດ, ຄວາມຮຸນແຮງຕາມເພດ (Gender Based Violance (GBV)) ແລະ ການລ່ວງລະເມີດທາງເພດ (Sexual Exploitation and Abuse (SEA)).
ສັງລວມຫຍໍ້ ເນື້ອໃນແຜນແບ່ງປັນຜົນປະໂຫຍດ ຈາກການຊື້-ຂາຍສິນເຊື່ອກາກບອນປ່າໄມ້
ເອກະສານສະບັບນີ້ ສະເຫນີແຜນການແບ່ງປັນຜົນປະໂຫຍດ (ຜບຜ ຫຼື BSP) ສໍາລັບ ການຈັດຕັ້ງ ແຜນງານ ຫລຸດຜ່ອນທາດອາຍເຮືອນແກ້ວ (ຫຼື ແຜນງານ ER) ຂອງ ສປປ ລາວ ເຊິ່ງມີຊື່ເຕັມວ່າ “ໂຄງການ ຄຸ້ມຄອງປ່າໄມ້ ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ຢູ່ 6 ແຂວງພາກເຫນືອຂອງ ສປປ ລາວ” ມິຊື່ຫຍໍ້ວ່າ “ໂຄງການ ຄປຊ”. ໂຄງການ ຄປຊ ໄດ້ຮັບການຮັບຮອງໂດຍ ກອງທຶນກາກບອນ (Carbon Fund) ໃນປີ 2018. ຜບຜ ໄດ້ຖືກສ້າງຂຶ້ນ ບົນພື້ນຖານ ການກໍານົດກົນໄກການແບ່ງປັນຜົນປະໂຫຍດ ໃນເອກະສານແຜນງານ ERPD ເຊິ່ງໄດ້ນໍາສະເຫນີ (ໃນປີ 2018) ແລະ ຜົນຈາກການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ, ຮ່າງ ຜບຜ ສະບັບໄກ້ສຸດທ້າຍ, ແລະ ແຜນດັ່ງກ່າວນີ້ແມ່ນໄດ້ຮັບການປຶກສາຫາລືຈາກຫລາຍພາກສ່ວນທີ່ກ່ຽວຂ້ອງໃນຫລາຍລະດັບ.
ເປີດໂຄງການຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍ ກາກບອນປ່າໄມ້
ການຊື້-ຂາຍກາກບອນປ່າໄມ້ ມູນຄ່າ 42 ລ້ານໂດລາສະຫະລັດຈະສ້າງຜົນປະໂຫຍດໃຫ້ປະຊາຊົນບັນດາເຜົ່າຢູ່ຂັ້ນທ້ອງຖິ່ນ
ໃນວັນທີ 27 ມັງກອນ 2021, ທີ່ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມ ເພື່ອເປີດໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍກາກບອນປ່າໄມ້ ຈາກການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍກາກບອນປ່າໄມ້ ຢູ່ 6 ແຂວງພາກເຫນືອຂອງລາວ. ໂຄງການດັ່ງກ່າວ ເປັນໂຄງການທໍາອິດຂອງລັດຖະບານ ທີ່ຈະມີການຂາຍສິນເຊື່ອກາກບອນປ່າໄມ້ ໃຫ້ກັບຄູ່ຮ່ວມສັນຍາ ກໍ່ຄື ທາງທະນາຄານໂລກ ຊຶ່ມີມູນຄ່າ ສັນຍາສູງເຖິງ 42 ລ້ານໂດລາສະຫະລັດ. ເງື່ອນໄຂສໍາຄັນຂອງການຊື້ກາກບອນປ່າໄມ້ ຈາກໂຄງການນີ້ ແມ່ນວ່າ ລັດຖະ ບານລາວ ຕ້ອງໄດ້ລົງທຶນເອງລ່ວງຫນ້າ ເຂົ້າໃນການດໍາເນີນ ບັນດາມາດຕະການ ແລະ ກິດຈະກໍາຕ່າງໆ ເພື່ອເປັນຫຼຸດ ຜ່ອນການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ໄປຄຽງຄູ່ກັບ ການສົ່ງເສີມການຟື້ນຟູປ່າ, ປັບປຸງຊີວິດການເປັນຢູ່ ແລະ ອະນຸລັກສິ່ງແວດລ້ອມ. ດັ່ງນັ້ນ, ໂຄງການ ຈິ່ງຖືວ່າມີຄວາມສໍາຄັນຫລາຍ ຕໍ່ການຄຸ້ມຄອງປ່າໄມ້ ແລະ ຫຼຸດຜ່ອນການປ່ຽນແປງສະພາບດິນຟ້າອາກາດ.
ຕາງຫນ້າລັດຖະບານ ສປປ ລາວ ລົງນາມໃນ ສັນຍາຊື້-ຂາຍກາກບອນປ່າໄມ້ (ERPA) ຂອງໂຄງການ ຮ່ວມກັບທະນາຄານໂລກ ແມ່ນ ກະຊວງ ການເງິນ ແລະ ກະຊວງ ກະສິກໍາ ແລະ ປ່າໄມ້ ຊຶ່ງໄດ້ລົງນາມກັນໃນທ້າຍເດືອນທັນ ປີ 2020 ທີ່ຜ່ານ. ພາຍໃຕ້ສັນຍາດັ່ງກ່າວ, ຝ່າຍທະນາຄານໂລກຈະໄດ້ຈ່າຍເງິນໃຫ້ ສປປ ລາວ ເພື່ອແລກປ່ຽນສິນເຊື່ອກາກບອນ ຂອງໂຄງການ ຈໍານວນເຖິງ 8,4 ລ້ານໂຕນ ອາຍກາກໂບນິກທຽບເທົ່າ ໃນລາຄາ 5 ໂດລາສະຫະລັດ ຕໍ່ ໂຕນ; ຝ່າຍ ສປປ ລາວ ຕ້ອງຮັບປະກັນ ຜົນງານດ້ານການແກ້ໄຂສາເຫດຂອງການທໍໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມຢູ່ ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ, ນອກຈາກນັ້ນ ຍັງຕ້ອງໄດ້ມີການດໍາເນີນຂະບວນການປະເມີນ, ພິສູດ ແລະ ຢັ້ງຢືນ ສິນເຊື່ອກາກບອນ ຈໍານວນເຖິງ 8,4 ລ້ານໂຕນ ກ່ອນທີ່ຈະສາມາດສະເຫນີຂາຍ ໃຫ້ກັບທະນາຄານໂລກ ໄດ້. ກອບໄລຍະເວລາຂອງສັນຍາ ແລະ ການຈັດຕັ້ງປະຕິບັດໂຄງການ ແມ່ນ ລະຫວ່າງ 2020 ຫາ 2025.
ເຫດຜົນຕົ້ນຕໍທີ່ຄັດເລືອກ ພື້ນທີ່ໂຄງການ ຢູ່ 6 ແຂວງພາກເໜືອນີ້ ແມ່ນຍ້ອນວ່າ ພື້ນທີ່ດັ່ງກ່າວ ກວມເອົາໜຶ່ງສ່ວນສາມຂອງເນື້ອທີ່ທົ່ວປະເທດ ແລະ ໃນລະຫ່ວາງ ປີ 2005-2015, ອັດຕາການທໍໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ແມ່ນຢູ່ໃນລະດັບສູງ ຊຶ່ງຄິດເປັນ ປະມານ 40 ເປີເຊັນຂອງອັດການສູນເສຍປ່າໄມ້ທັງໝົດທົ່ວປະເທດ.
ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: “ພັກ ແລະ ລັດຂອງພວກເຮົາໄດ້ໃຫ້ຄວາມສໍາຄັນຫລາຍ ຕໍ່ວຽກງານປ່າໄມ້ ຊຶ່ງຍາມໃດກໍ່ໄດ້ເອົາໃຈໃສ່ ປັບປຸງ ແລະ ແກ້ໄຂ ວຽກງານການນໍາໃຊ້ທີ່ດິນ, ການປົກປັກຮັກສາປ່າໄມ້ ແລະ ສົ່ງເສີມການຟື້ນຟູປ່າ ໃຫ້ເປັນໄປຕາມກົດໝາຍວ່າດ້ວຍປ່າໄມ້, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໂດຍສະເພາະແນວທາງການພັດທະນາໃຫມ່ ຕາມຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030.” “ໂຄງການນີ້ມີຄວາມສໍາຄັນຕໍ່ການສົ່ງເສີມການພັດທະນາເສດຖະກິດໃຫ້ເຕີບໂຕ ຕາມທິດສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ການນໍາໃຊ້ທີ່ດິນໃນເຂດຊົນນະບົດ ແບບມີສ່ວນຮ່ວມ ແລະ ມີການວາງແຜນ ແບບລວມສູນ, ເພື່ອສ້າງຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ.”
ພາກເໜືອຂອງປະເທດເປັນເຂດພູດອຍ ແລະ ມີປະຊາຊົນຫຼາຍກ່ວາ 20 ຊົນເຜົ່າອາໃສຢູ່. ການເຂົ້າເຖິງ ຫລື ໄປມາຫາສູ່ ມີຄວາມຫຍຸ້ງຍາກ, ການກໍ່ສ້າງພື້ນຖານໂຄງລ່າງມີບໍ່ຫລາຍ ຊື່ງເປັນສາເຫດຫນຶ່ງ ເຮັດໃຫ້ ວັດທະນະທຳຊົນເຜົ່າຕ່າງໆ ສາມາດຫລົງເຫລືອ ຫລື ຖືກອະນຸລັກ ມາເຖິງທຸກວັນນີ້. ເຖິງຢ່າງໃດກໍຕາມ, ລັກສະນະ ແລະ ຈຸດພິເສດດັ່ງກ່າວ ເປັນອຸປະສັກ ແລະ ສິ່ງທ້າທາຍ ສໍາລັບການສ້າງວຽກເຮັດງານທໍາ ຫລື ການປະກອບອາຊີບຂອງປະຊາຊົນທ້ອງຖິ່ນ, ການຄົມມະນາຄົມ, ການເຂົ້າເຖິງການບໍລິການດ້ານສະຫວັດດີການສັງຄົມ ແລະ ການສົ່ງເສີມການຜະລິດເປັນສິນຄ້າ.
ໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (ຄປຊ) ຈະເພີ່ມທະວີຄວາມເຂັ້ມແຂງດ້ານການຄຸ້ມຄອງປ່າໄມ້, ການວາງແຜນນໍາໃຊ້ທີ່ດິນ, ການພັດທະນາທາງເລືອກດ້ານອາຊີບ ແລະ ຄຸ້ມຄອງລະບົບນິເວດປ່າໄມ້ໃຫ້ຍືນຍົງແບບມີການປະສານສົມທົບກັບຫຼາຍພາກສ່ວນ ຢູ່ພາກເໜືອຂອງລາວ. ນອກຈາກນີ້, ໂຄງການ ຈະຄົ້ນຄວ້າ ແລະ ຈັດສັນ ການແບ່ງປັນຜົນປະໂຫຍດ ໃຫ້ຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນການມີສ່ວນຮ່ວມ ແລະ ການເປັນການຮ່ວມກັນຂອງທຸກໆພາກສ່ວນ ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຜົນ ຕາມລະດັບຄາດຫມາຍ. ທ່ານ ນິໂຄລາ ພອນທະຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ “ຮູບແບບການຈ່າຍຄ່າຕອບແທນຕາມຜົນງານຂອງໂຄງການ ເປັນສ່ວນຫນຶ່ງຂອງການສະໜັບສະໜູນ ຈາກທະນາຄານໂລກ ເພື່ອຊຸກຍູ້ລັດຖະບານ ລາວ ດ້ານຄຸ້ມຄອງພູມີທັດປ່າໄມ້ ແລະ ຟື້ນຟູດ້ານເສດຖະກິດຕາມທິດສີຂຽວ ແລະ ຍືນຍົງ. ເງິນທີ່ໄດ້ຮັບຈາກການຈ່າຍຕອບແທນຕາມຜົນງານຈະຊ່ວຍຫລຸດຜ່ອນການປ່ອຍອອກທາດອາຍເຮືອນແກ້ວຄຽງຄູ່ກັບ ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ ທີ່ອາໄສຊັບພະຍາກອນປ່າໄມ້ໃນການດໍາລົງຊີວິດ.”
ສປປ ລາວ ເປັນປະເທດທີ 3 ໃນເຂດອາຊີ ທີ່ໄດ້ເຊັນສັນຍາ ERPA ຮ່ວມກັບທະນາຄານໂລກ (ກອງທຶນຄູ່ຮ່ວມກາກບອນປ່າໄມ້) ຫລັງຈາກອິນໂດເນເຊຍ ແລະ ຫວຽດນາມ, ແລະ ເປັນປະເທດ ທີ 9 ໃນໂລກ. ມູນຄ່າທັງໝົດຂອງສັນຍາ ທີ່ທະນາຄານໂລກໄດ້ລົງນາມກັບ ປະເທດຕ່າງໆໃນໂລກ ລວມມີ ສປປ ລາວ, ຊີລີ, ຄັອດສຕາ ຣີກາ, ໄອວໍຣີ່ຄົດ, ສາທາລະນະລັດປະຊາທິປະໄຕຄອງໂກ, ການາ ແລະ ໂມຊໍາບິກມີມູນຄ່າປະມານ 500 ລ້ານໂດລາສາຫະລັດ. ຄາດວ່າ ປະເທດທີ່ຍັງບໍ່ທັນໄດ້ເຊັນສັນຍາຈະມີການເຊັນສັນຍາຊື້-ຂາຍສິນເຊື່ອກາກບອປ່າໄມ້ ໃນຕົ້ນປີ 2021 ນີ້. ກອງທຶນກາກບອນປ່າໄມ້ແມ່ນການຮ່ວມມືລະດັບໂລກຂອງພາກລັດ, ທຸລະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ຕົວແທນຊົນເຜົ່າ ເພື່ອຫຼຸດຜ່ອນການປ່ອຍອອກອາຍເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ, ການຄຸ້ມຄອງປ່າໄມ້ ແບບຍືນຍົງ ແລະ ການອະນຸລັກແຫຼ່ງເກັບກັກ ທາດກາກບອນ ຫຼື REDD+ ຢູ່ໃນ ປະເທດທີ່ກຳລັງພັດທະນາ. ເລີ່ມຈາກ ປີ 2008, ກອງທຶນກາກບອນປ່າໄມ້ ຮ່ວມກັບ 47 ປະເທດ ທີ່ກຳລັງພັດທະນາ ໃນເຂດ ອາຟຣິກາ, ອາຊີ, ອາເມລິກາລາຕິນ ແລະ ຄາຣີບຽນ, ພ້ອມດ້ວຍຜູ້ໃຫ້ທຶນ (ຈາກ 17 ເເຫຼ່ງທຶນ) ໄດ້ປະກອບສ່ວນເປັນມູນຄ່າ 1,3 ຕື້ໂດລາສາຫະລັດ.
ເອກະສານສະບັບນີ້ ສະເຫນີແຜນການແບ່ງປັນຜົນປະໂຫຍດ (ຜບຜ ຫລື BSP) ສໍາລັບ ການຈັດຕັ້ງ ໂຄງການ ຫລຸດຜ່ອນທາດອາຍເຮືອນແກ້ວ (ຫລື ໂຄງການ ER) ຂອງລາວ ຊື່ງມີຊື່ເຕັມວ່າ ໂຄງການ ສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້, ການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (ໂຄງການ ປປພຊ ຫລື GFLL) ຢູ່ 6 ແຂວງພາກເຫນືອຂອງ ສປປ ລາວ ແລະ ໄດ້ຮັບການຮັບຮອງໂດຍ ກອງທຶນກາກບອນ (Carbon Fund) ໃນປີ 2018. ຜບຜ ໄດ້ຖືກສ້າງຂື້ນ ບົນພື້ນຖານ ການກໍານົດກົນໄກການແບ່ງປັນຜົນປະໂຫຍດ ໃນເອກະສານໂຄງການ ERPD ຊື່ງໄດ້ນໍາສະເຫນີ (ໃນປີ 2018) ແລະ ຜົນຈາກການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ຊື່ງໄດ້ຈັດຕັ້ງຢູ່ໃນຫລາຍລະດັບ ມີຫລາຍຮູບແບບ.
This document presents the Benefit Sharing Plan (BSP) for the implementation of the Emission Reductions (ER) Program titled Governance, Forest Landscapes and Livelihoods – Northern Laos (GFLL) in six northern provinces of Lao PDR approved by the Carbon Fund in 2018. The BSP builds on the indicative benefit sharing arrangements proposed in the Emission Reductions Program Document (ERPD) and is a result of broad stakeholder consultation
Governance, Forest Landscapes and Livelihoods – Northern Laos (GFLL)
Benefit Sharing Plan (Advanced Draft)
ESMF ພາສາລາວ (Executive only/ສັງລວມຫຍໍ້)
Process Framework (PF)
PF ພາສາລາວ (Executive only/ສັງລວມຫຍໍ້)
Resettlement Policy Framework (RPF)
RPF ພາສາລາວ (Executive only/ສັງລວມຫຍໍ້)
Strategic Environmental and Social Assessment (SESA)
SESA ພາສາລາວ (Executive only/ສັງລວມຫຍໍ້)
Ethnic Group Policy Framework (EGPF)
ທະນາຄານໂລກ FCFP ໃຫ້ການສະໜັບສະໜູນ ສປປ ລາວ ໃນການກະກຽມຄວາມພ້ອມໃນ REDD+ ແລະ ການຈັດຕັ້ງປະຕິບັດກິດຈະກຳຫຼຸດຜ່ອນອາຍເຮືອນແກ້ວ ໃນ 6 ແຂວງພາກເໜືອ ແຕ່ປີ 2020-2025. ເຖິງຢ່າງໃດກໍ່ຕາມ, ເພື່ອຕອບສະ ໜອງ ຕໍ່ ຊ່ອງຫວ່າງທາງການເງິນ ແລະ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດກິດຈະກຳການຫຼຸດຜ່ອນ ພາຍໃຕ້ ແຜນດໍາເນີນງານ REDD+ ແຂວງ (PRAP), GIZ ແລະ ກົມປ່າໄມ້ / ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກະກຽມບົດສະເໜີໂຄງການ ທີ່ມີຊື່ວ່າ “ການຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ ຂອງ ສປປ ລາວ ໂດຍຜ່ານການປັບປຸງການຄຸ້ມຄອງບໍລິຫານ ແລະ ການຄຸ້ມຄອງພູມີທັດປ່າໄມ້ແບບຍືນຍົງ” ແລະ ໄດ້ສົ່ງໃຫ້ກອງທຶນດິນຟ້າອາກາດສີຂຽວ (GCF). ບົດສະເໜີໂຄງການນີ້ແມ່ນຈະໄດ້ຮັບການພິຈາລະນາໃນກອງປະຊຸມ ສະພາບໍລິຫານ ຄັ້ງທີ 24 ໃນ ເດືອນພະຈິກ 2019 (B24).
ເປັນສ່ວນໜຶ່ງ ຂອງຂໍ້ກຳນົດ ຂອງ CGF, ເອກະສານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ (ESS) ລວມມີ (1) ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ESIA), ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMP), (3) ການປະເມີນບົດບາດຍິງ – ຊາຍ ແລະ (4) ແຜນປະຕິບັດງານບົດບາດຍິງ – ຊາຍ ໄດ້ຮັບການພັດທະນາ.
ເອກະສານໄດ້ລະບຸໄວ້ດັ່ງລຸ່ມນີ້:
ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ
ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ
ການປະເມີນບົດບາດຍິງ – ຊາຍ
ແຜນປະຕິບັດງານບົດບາດຍິງ – ຊາຍ
ກອບນະໂຍບາຍວ່າດ້ວຍການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ (ESMF)
ESMF ພາສາລາວ (Executive only/ສັງລວມຫຍໍ້)
ກອບນະໂຍບາຍ ວ່າດ້ວຍການປືກສາຫາລື (PF)
PF ພາສາລາວ (Executive only/ສັງລວມຫຍໍ້)
ກອບນະໂຍບາຍ ວ່າດ້ວຍການຈັດສັນຍົກຍ້າຍ (RPF)
RPF ພາສາລາວ (Executive only/ສັງລວມຫຍໍ້)
ການປະເມີນສິ່ງແວດລ້ອມ ແລະ ສັງຄົມ (SESA)
SESA ພາສາລາວ (Executive only/ສັງລວມຫຍໍ້)
ກອບນະໂຍບາຍ ວ່າດ້ວຍການຄຸ້ມຄອງຊົນເຜົ່າ (EGPF)
ລະຫວ່າງວັນທີ 1-6 ສິງຫາ 2016 ໂດຍການເປັນເຈົ້າພາບຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 19 ໂດຍການເປັນປະທານ ຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ແລະ ທ່ານ Dato Limkeeleng ຫົວໜ້າພະແນກປ້ອງກັນປ່າໄມ້ ແລະ ປູກໄມ້ ກົມປ່າໄມ້ ປະເທດມາເລເຊຍ ເປັນປະ ທານຮ່ວມ ຊຶ່ງມີຕົວແທນຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ 9 ປະເທດ ຍົກເວັ້ນ ສິງກະໂປ ບໍ່ໃດ້ເຂົ້າຮ່ວມ ລວມຜູ້ເຂົ້າຮ່ວມທັງໝົດມີ 60 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອປຶກສາຫາລື ແລະ ຮັບຟັງການລາຍງານຄວາມຄືບໜ້າ ແລະ ຜົນໃດ້ ຮັບໃນການຈັດຕັ້ງປະຕິບັດ ແຜນງານປ່າໄມ້ຂອງອາຊຽນໃນໄລຍະ 1 ປີ ຜ່ານມາ, ພ້ອມນັ້ນກໍ່ປຶກສາຫາລື ບາງວຽກງານທີ່ ຄົງຄ້າງເພື່ອຊອກຫາຊ່ອງທາງໃນການແກ້ໄຂໃນສົກປີຕໍ່ໄປ, ຄຽງຄູ່ກັບການຈັດກອງປະຊຸມຄັ້ງນີ້ ສປປ ລາວ ກໍ່ຍັງເປັນ ເຈົ້າພາບຈັດກອງປະຊຸມເຊັ່ນ: (1) ພືດເປັນຢາ ຄັ້ງທີ 19 (The 19th ASEAN Expert Group on Herbal and Medicinal Plants), (2) ການພັດທະນາຜະລິດຕະຜົນປ່າໄມ້ ຄັ້ງທີ 8 (The 8th ASEAN Expert Group on Forest Products Development), (3) ກອງປະຊຸມສຳມະນາ ກ່ຽວກັບບັນຫາທີ່ມີຜົນກະທົບຕໍ່ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ຄັ້ງທີ 17 (The 17th Seminar on Current International Issues Affecting Forestry and Forestry Products).
ຜ່ານການດຳເນີນກອງປະຊຸມ ສາມາດສະຫລຸບໂດຍຫຍໍ້ໄດ້ດັ່ງນີ້:
I. ຜົນຂອງກອງປະຊຸມ
ຮັບຟັງການລາຍງານ ແລະ ຄວາມຄືບໜ້າວຽກງານການຮ່ວມມືຂອງບັນດາປະເທດສະມາຊິກ ແລະ ໂຄງການຕ່າງໆກ່ຽວກັບປ່າໄມ້ ເຫັນວ່າມີຄວາມຄືບໜ້າ ແລະ ໄດ້ຮັບການຊົມເຊີຍຈາກ ລັດຖະມົນຕີກະສິກຳ ແລະ ປ່າໄມ້ອາຊຽນ (AMAF) ເຊັ່ນ: ການຄຸ້ມຄອງປ່າແບບຍືນນານໃນປະເທດສະມາຊິກອາຊຽນ, ການຢັ້ງຢືນປ່າໄມ້, ການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ແລະ ກົດໝາຍສັດນ້ຳສັດປ່າ, ວຽກງານປ່າໄມ້ຊຸມຊົນ, ປ່າໄມ້ສັງຄົມ ແລະ ການປ່ຽນແປງດິນຟ້າອາກາດ ແລະ ວຽກງານອື່ນໆ. ນອກຈາກນັ້ນ ຍັງໄດ້ຮັບຟັງການລາຍງານຈາກກອງເລຂາອາຊຽນກ່ຽວກັບຜົນກອງປະຊຸມ ລັດຖະມົນຕີກະ ສິກຳ ແລະ ປ່າໄມ ອາຊຽນ ໃນປີຜ່ານມາ. ລັດຖະມົນຕີກະສິກຳ ແລະ ປ່າໄມ້ອາຊຽນ ກໍຍັງໄດ້ເຫັນດີໃຫ້ຮັກສາບົດບາດໜ້າທີ່ຂອງ ເຈົ້າໜ້າທີ່ອາວຸໂສປ່າໄມ້ອາຊຽນ ໃນການສ້າງຄວາມເຂັ້ມແຂງວຽກງານການຮ່ວມມືຂອງບັນດາປະເທດສະມາຊິກອາ ຊຽນ.
II. ກອງປະຊຸມໄດ້ເຫັນດີເປັນເອກະພາບກັບຮັບຮອງເອົາບາງເນື້ອໃນດັ່ງນີ້:
- ຮັບຮອງເອົາຜົນກອງປະຊຸມຊ່ຽວຊານ:
- ພືດເປັນຢາ ຄັ້ງທີ19 (ASEAN Expert Group on Herbal and Medicinal Plants);
- ການພັດທະນາຜະລິດຕະຜົນປ່າໄມ້ ຄັ້ງທີ 8, (ASEAN Expert Group on Forest Products Development). ກອງປະຊຸມໄດ້ຕົກລົງເນັ້ນໃສ່ບັນຫາການພັດທະນາ ແລະ ການຄ້າຂາຍເຄື່ອງປ່າຂອງດົງ ແລະ ສະໜັບສະໜູນລາວ ຂຽນບົດສະເໜີໂຄງການສຶກສາການຄ້າຂາຍຊະນິດເຄື່ອງປ່າຂອງດົງ ໃນປະເທດສະມາ ຊິກອາຊຽນ;
- ຜົນກອງປະຊຸມ ວຽກງານຢັ້ງຢືນປ່າໄມ້ ຂອງ ASEAN ຄັ້ງທີ 15 (The 15th Meeting of The Working Group on A PAN ASEAN Timber Certification Initiative);
- ຜົນກອງປະຊຸມ ເຄືອຂ່າຍການປະຕິບັດກົດໝາຍສັດປ່າ ຂອງອາຊຽນ ຄັ້ງທີ 11 (the 11th Meeting of the ASEAN Wildlife Law Enforcement Network (ASEAN WEN);
- ຜົນກອງປະຊຸມ ການປະຕິບັດສົນທິສັນຍາ ການຄ້າຂາຍສັດປ່າ ແລະ ພຶດ ຄັ້ງທີ 12;
- ຜົນກອງປະຊຸມ ເຄືອຂ່າຍປ່າໄມ້ຊຸມຊົນ ຂອງອາຊຽນ ຄັ້ງທີ 10 (the 10th ASEAN Social Forestry Network (ASFN);
- ກອງປະຊຸມສຳມະນາ ກ່ຽວກັບບັນຫາທີ່ມີຜົນກະທົບຕໍ່ປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ ຄັ້ງທີ 17 (Seminar on Current International Issues Affecting Forestry and Forestry Products).
- ຮັບຮອງເອົາ 5 ເອກກະສານ ເຊັ່ນ:
- Work plan (2016-2025) on the Strengthening Forest Law Enforcement and Government (FLEG). ເອກກະສານດັ່ງກ່າວຈະສະເໜີຕໍ່ກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນຮັບຮອງ;
- ພາລະບົດບາດ ຂອງ ASEAN Regional Knowledge Network FLEG;
- ພາລະບົດບາດ ຂອງ ກຸ່ມວິຊາການ ການປະຕິບັດສົນທິສັນຍາ ການຄ້າຂາຍສັດປ່າ ແລະ ພຶດປ່າ (the AWG CITES and WE);
- ພາລະບົດບາດ ຂອງກຸ່ມວິຊາການຈັດສັນປ່າໄມ້ (The ToR and RoP of the AWGFM).
- Statement of the ASEAN Ministers on Agriculture and Forestry on Strengthening Forest Law Enforcement and Government (FLEG);
- ກອງປະຊຸມເຈົ້າໜ້າທີ່ ອາວຸໂສປ່າໄມ້ອາຊຽນ ASOF ຄັ້ງທີ 20 ຄັ້ງຕໍ່ໄປຈະຈັດຂື້ນທີ່ປະເທດມະເລເຊຍ ໃນໄລຍະເດືອນ ກໍລະກົດ 2017, ສ່ວນມື້ ແລະ ສະຖານທີ່ນັ້ນ ປະເທດເຈົ້າພາຍຈະແຈ້ງໃຫ້ຕາມຫລັງ ຈາກຜົນ ສຳເລັດດັ່ງກ່າວນັ້ນ, ສາມາດຕີລາຄາໃດ້ວ່າກອງປະຊຸມ ອາວຸໂສປ່າໄມ້ຄັ້ງທີ 19 ແລະ ກອງປະຊຸມຕ່າງໆ ທີ່ກ່ຽວ ຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບປະສົບຜົນສຳເລັດສູງ ແລະ ຜູ້ແທນຈາກແຕ່ລະປະເທດທີ່ເຂົ້າຮ່ວມ ໄດ້ສະ ແດງຄວາມພາກພູມໃຈໃນການກະກຽມ ແລະ ການດຳເນີນກອງປະຊຸມຄັ້ງນີ້