Get Adobe Flash player

Contract Award Notice

Project Implementing Agency Ministry of Agriculture and Forestry, Department of Forestry
Project Name Governance, Forest Landscapes and Livelihoods – Northern Laos (GFLL)
Project No TF0B4673 & TF0B4674
Ref No GFLL/C-21
Method of Selection Selection based on the consultants’ qualifications selection (CQS)
Name of Bidders BDO (Lao) Company Limited, Ernst & Young (Lao) Company Limited, PricewaterhouseCoopers (Lao) Sole Company Limited, KPMG (Lao) Company Limited
Name of Successful Bidder PricewaterhouseCoopers (Lao) Sole Company Limited,
Address 4th Floor, Allianz Building, 33 Lane Xang Avenue, P.O. Box 7003, Vientiane, Capital, Lao P.D.R
Contract signature date 17 January 2024
Contract Price 127.116 USD (One Hundred Twenty-Seven Thousand and One Hundred Sixteen United States Dollar) inclusive of local indirect taxes
Duration 5 years. The financial audit will be conducted annually for the following periods:

  • From 1st July 2022 to 31st December 2023;
  • From 1st January to 31st December 2024;
  • From 1st January to 31st December 2025;
  • From 1st January to 31st December 2026;
  • From 1st January to 31st December 2027.
Objective of the Assignment The objective of the audit of the project’s financial statements is to enable the auditor to express a professional opinion on the project’s financial position as at the end of each of the accounting period and of the statement of cash receipts and payments for the accounting period ending date. The project’s books of account provide the basis for preparation of the financial statements and are established to reflect the financial transactions in respect of the project.

ຈຸດປະສົງ ມາດຕະຖານ-ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ S-ESMP ສະບັບນີ້ ແມ່ນເພື່ອຮັບໃຊ້ເປັນເຄື່ອງມືໃນການກໍານົດລ່ວງໜ້າ ການຄາດຄະເນຜົນກະທົບ ແລະ ຄວາມສ່ຽງທາງລົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມແລະສັງຄົມ (ES) ຂອງກິດຈະກໍາເບື້ອງຕົ້ນທີ່ຮູ້ຈັກ ທີ່ໄດ້ຮັບທຶນຈາກໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ ໃນ ສ ປປ ລາວ LLL ,ແລະ ເພື່ອກໍານົດເຄື່ອງມືທີ່ຄວາມເຫມາະສົມມີມາດຕະຖານ ແລະ ມາດຕະການ ໃນການຄຸ້ມຄອງແລະການຫຼຸດຜ່ອນຜົນກະທົບ. ກິດຈະກໍາເບື້ອງຕົ້ນ ໂດຍ ມາດຕະຖານ-ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ S-ESMP ສະບັບນີ້ ປະກອບສໍາລັບຕົວຢ່າງການຢ້ຽມຢາມຂອງພະນັກງານໂຄງການ, ອາສາສະໝັກ ແລະ ທີ່ປຶກສາ ສຳລັບປະຊຸມ, ປຶກສາຫາລືຊຸມຊົນ ແລະ ການສ່ວນຮ່ວມຂອງ ຊຸມຊົນ FPIC, ປ່າໄມ້ ແລະ ການຈັດແບ່ງທີ່ດິນປ່າໄມ້ ແລະ ການເຝິກອົບຮົມການວາງແຜນແບບມີສ່ວນຮ່ວມ, ການຕິດຕາມ ແລະ ກວດກາ. ນອກ​ນີ້ ຍັງ​ແກ້​ໄຂ​ບັນດາ​ກິດຈະກໍາຢູ່ພາກສະໜາມ ​ເຊັ່ນ: ການ​ສຳ​ຫຼວດຊີວະ​ນາໆ​ພັນ ​ແລະ ປ່າ​ໄມ້, ການປັກຫຼັກໝາຍຊາຍແດນ, ການ​ລາດຕະ​ເວນ ​ແລະ ການ​ບັງຄັບ​ໃຊ້​ກົດໝາຍ, ການ​ຄວບ​ຄຸມໄຟປ່າ / ຄຸ້ມ​ຄອງ, ການ​ຄົ້ນ​ຄ້ວາ, ການ​ເຜີຍ​ແຜ່, ການ​ຂະຫຍາຍ, ການ​ສຶກສາ​ອາຊີວະ​ສຶກສາ ​ແລະ ການເຂົ້າຮ່ວມ​ຂອງ​ຊຸມ​ຊົນ. ຄວາມສ່ຽງແລະຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ES ແລະ ຜົນກະທົບທີ່ຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບໂດຍ ມາດຕະຖານ-ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ S-ESMP ສະບັບນີ້ ລວມມີຕົວຢ່າງ ມົນລະພິດຕໍ່ສິ່ງແວດລ້ອມຍ້ອນການຖິ້ມຂີ້ເຫຍື້ອ, ການບໍລິໂພກ ແລະ ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ການແຜ່ລະບາດຂອງພະຍາດຕິດຕໍ່, ອຸປະຕິເຫດ, ຄວາມຮຸນແຮງຕາມເພດ (Gender Based Violance (GBV)) ແລະ ການລ່ວງລະເມີດທາງເພດ (Sexual Exploitation and Abuse (SEA)).

ດາວໂຫຼດເອກະສານສະບັບເຕັມ (ພາສາລາວ)

ເພື່ອສືບທອດມູນອັນອົງອາດຂອງບັນທະບູປະຊາຊົນລາວບັນດາເຜົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດສາມັກຄີກັນຕໍ່ສູ້ຢາງພິລະອາດຫານ ຕ້ານການຮຸກຮານ ແລະ ຂອງຈັກກະພັດລ້າເມືອງຂື້ນ ທັັງແບບເກົາ ແລະ ແບບໄໝ່ ສາມາດປົດປອຍປະເທດຊາດໄດ້ຢາງມີໄຊ.

ໃນຕອນບາຍ ຂອງວັນທີ 8 ທັນວາ 2022 ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ປະຖະກະຖາຂື້ນເນື້ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄາຍວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ໃຫ້ກຽດປະຖະກະຖາ ຄັ້ງນີ້ໂດຍສະຫາຍ ຄໍາແສນ ອຸ່ນຄຳ ຮອງເລຂາຄະນະພັກຮາກຖານກົມປ່າໄມ້ ຮອງຫົວໜ້າກົມປ່າໄມ້, ຂອງກົມປ່າໄມ້ ມີບັນດາສະຫາຍຄະນະພັກຮາກຖານກົມປ່າໄມ້ ແລະ ສາຍຫາຍເລຂາໜ່ວຍພັກຮາກຖານ, ຫົວໜ້າ ແລະ ຮອງຫົວໜ້າ ພະແນກ, ກອງ ແລະ ສູນ ພ້ອມດ້ວຍພະນັກງານຫຼັກແຫຼງ ອ້ອມຂ້າງກົມປ່າໄມ້ເຂົ້າຮ່ວມມີທັງໝົດ 86 ທ່ານ, ຍິ່ງ 21 ທ່ານ ຈຸດປະສົງຂອງການປະຖະກະຖາຄັ້ງນີ້ເພື່ອເປັນການສືກສາອົບຮົມໃຫ້ສະມາຊີກພັກ ແລະ ພະນັກງານຫຼັກແຫຼງໃນທົ່ວອົງຄະນະພັກຂອງກົມປ່າໄມ້ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ຜົນງານການສ້າງສາປະເທດຊາດມາໄດ້ 47 ປີ ກໍ່ຄືຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານໄກສອນ ພົມວິຫານ ທີມີຕໍ່ປະເທດຊາດ ແລະ ການປະຕິວັດ ໂອກາດນີ ສະຫາຍ ຄໍາແສນ ອຸ່ນຄຳ ຮອງເລຂາຄະນະພັກຮາກຖານກົມປ່າໄມ້ ຮອງຫົວໜ້າກົມປ່າໄມ້ ໄດ້ເລົາປະຫວັດການຕໍ່ສູ້ກູຊາດຂອງປະທານໄກສອນ ພົມວິຫານ ໃນການນໍາພາປະຊາຊົນຕໍ່ສູ້ ເພື່ອປົດປອຍປະເທດຊາດຢາງສະຫຼາດສອງໃສ ແລະ ຢາງພິລະອາດຫານ ດ້ວຍນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ນອກນັ້ນຍັງໄດ້ເລົາເຖິງສະພາວະການເປັນຜູ້ນຳທີດີ ຂອງປະທານໄກສອນ ພົມວິຫານ ເພື່ອໃຫ້ແກ່ຄົນລຸ້ນຫຼັງນຳໄປເປັນບົດຮຽນໃນການດຳລົງຊີວິດນຳອີກ.

 

 

 

 

 

ຜູ້ກວດແກ້: ທ່ານ ວິລະພັນ ຈັນທະວີສຸກ

ຂຽນຂ່າວໂດຍ: ທ່ານ ສີຍອດ ສີມະນີວົງ

 

 

 

 

 

 

 

 

 

 

 

 

 

 

 

ສັງລວມຫຍໍ້ ເນື້ອໃນແຜນແບ່ງປັນຜົນປະໂຫຍດ ຈາກການຊື້-ຂາຍສິນເຊື່ອກາກບອນປ່າໄມ້

ເອກະສານສະບັບນີ້ ສະເຫນີແຜນການແບ່ງປັນຜົນປະໂຫຍດ (ຜບຜ ຫຼື BSP) ສໍາລັບ ການຈັດຕັ້ງ ແຜນງານ ຫລຸດຜ່ອນທາດອາຍເຮືອນແກ້ວ (ຫຼື ແຜນງານ ER) ຂອງ ສປປ ລາວ ເຊິ່ງມີຊື່ເຕັມວ່າ “ໂຄງການ ຄຸ້ມຄອງປ່າໄມ້ ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ຢູ່ 6 ແຂວງພາກເຫນືອຂອງ ສປປ ລາວ” ມິຊື່ຫຍໍ້ວ່າ “ໂຄງການ ຄປຊ”. ໂຄງການ ຄປຊ ໄດ້ຮັບການຮັບຮອງໂດຍ ກອງທຶນກາກບອນ (Carbon Fund) ໃນປີ 2018. ຜບຜ ໄດ້ຖືກສ້າງຂຶ້ນ ບົນພື້ນຖານ ການກໍານົດກົນໄກການແບ່ງປັນຜົນປະໂຫຍດ ໃນເອກະສານແຜນງານ ERPD ເຊິ່ງໄດ້ນໍາສະເຫນີ (ໃນປີ 2018) ແລະ ຜົນຈາກການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ, ຮ່າງ ຜບຜ ສະບັບໄກ້ສຸດທ້າຍ, ແລະ ແຜນດັ່ງກ່າວນີ້ແມ່ນໄດ້ຮັບການປຶກສາຫາລືຈາກຫລາຍພາກສ່ວນທີ່ກ່ຽວຂ້ອງໃນຫລາຍລະດັບ.

Executive Summary of BSP Lao Final

ເປີດໂຄງການຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍ ກາກບອນປ່າໄມ້

ການຊື້-ຂາຍກາກບອນປ່າໄມ້ ມູນຄ່າ 42 ລ້ານໂດລາສະຫະລັດຈະສ້າງຜົນປະໂຫຍດໃຫ້ປະຊາຊົນບັນດາເຜົ່າຢູ່ຂັ້ນທ້ອງຖິ່ນ

WhatsApp Image 2021-02-02 At 10.34.41 AM

ໃນວັນທີ 27 ມັງກອນ 2021, ທີ່ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມ ເພື່ອເປີດໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍກາກບອນປ່າໄມ້ ຈາກການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍກາກບອນປ່າໄມ້ ຢູ່ 6 ແຂວງພາກເຫນືອຂອງລາວ. ໂຄງການດັ່ງກ່າວ ເປັນໂຄງການທໍາອິດຂອງລັດຖະບານ ທີ່ຈະມີການຂາຍສິນເຊື່ອກາກບອນປ່າໄມ້ ໃຫ້ກັບຄູ່ຮ່ວມສັນຍາ ກໍ່ຄື ທາງທະນາຄານໂລກ ຊຶ່ມີມູນຄ່າ ສັນຍາສູງເຖິງ 42 ລ້ານໂດລາສະຫະລັດ. ເງື່ອນໄຂສໍາຄັນຂອງການຊື້ກາກບອນປ່າໄມ້ ຈາກໂຄງການນີ້ ແມ່ນວ່າ ລັດຖະ ບານລາວ ຕ້ອງໄດ້ລົງທຶນເອງລ່ວງຫນ້າ ເຂົ້າໃນການດໍາເນີນ ບັນດາມາດຕະການ ແລະ ກິດຈະກໍາຕ່າງໆ ເພື່ອເປັນຫຼຸດ ຜ່ອນການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ໄປຄຽງຄູ່ກັບ ການສົ່ງເສີມການຟື້ນຟູປ່າ, ປັບປຸງຊີວິດການເປັນຢູ່ ແລະ ອະນຸລັກສິ່ງແວດລ້ອມ. ດັ່ງນັ້ນ, ໂຄງການ ຈິ່ງຖືວ່າມີຄວາມສໍາຄັນຫລາຍ ຕໍ່ການຄຸ້ມຄອງປ່າໄມ້ ແລະ ຫຼຸດຜ່ອນການປ່ຽນແປງສະພາບດິນຟ້າອາກາດ.

ຕາງຫນ້າລັດຖະບານ ສປປ ລາວ ລົງນາມໃນ ສັນຍາຊື້-ຂາຍກາກບອນປ່າໄມ້ (ERPA) ຂອງໂຄງການ ຮ່ວມກັບທະນາຄານໂລກ ແມ່ນ ກະຊວງ ການເງິນ ແລະ ກະຊວງ ກະສິກໍາ ແລະ ປ່າໄມ້ ຊຶ່ງໄດ້ລົງນາມກັນໃນທ້າຍເດືອນທັນ ປີ 2020 ທີ່ຜ່ານ. ພາຍໃຕ້ສັນຍາດັ່ງກ່າວ, ຝ່າຍທະນາຄານໂລກຈະໄດ້ຈ່າຍເງິນໃຫ້ ສປປ ລາວ ເພື່ອແລກປ່ຽນສິນເຊື່ອກາກບອນ ຂອງໂຄງການ ຈໍານວນເຖິງ 8,4 ລ້ານໂຕນ ອາຍກາກໂບນິກທຽບເທົ່າ ໃນລາຄາ 5 ໂດລາສະຫະລັດ ຕໍ່ ໂຕນ; ຝ່າຍ ສປປ ລາວ ຕ້ອງຮັບປະກັນ ຜົນງານດ້ານການແກ້ໄຂສາເຫດຂອງການທໍໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມຢູ່ ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ, ນອກຈາກນັ້ນ ຍັງຕ້ອງໄດ້ມີການດໍາເນີນຂະບວນການປະເມີນ, ພິສູດ ແລະ ຢັ້ງຢືນ ສິນເຊື່ອກາກບອນ ຈໍານວນເຖິງ 8,4 ລ້ານໂຕນ ກ່ອນທີ່ຈະສາມາດສະເຫນີຂາຍ ໃຫ້ກັບທະນາຄານໂລກ ໄດ້. ກອບໄລຍະເວລາຂອງສັນຍາ ແລະ ການຈັດຕັ້ງປະຕິບັດໂຄງການ ແມ່ນ ລະຫວ່າງ 2020 ຫາ 2025.

ເຫດຜົນຕົ້ນຕໍທີ່ຄັດເລືອກ ພື້ນທີ່ໂຄງການ ຢູ່ 6 ແຂວງພາກເໜືອນີ້ ແມ່ນຍ້ອນວ່າ ພື້ນທີ່ດັ່ງກ່າວ ກວມເອົາໜຶ່ງສ່ວນສາມຂອງເນື້ອທີ່ທົ່ວປະເທດ ແລະ ໃນລະຫ່ວາງ ປີ 2005-2015, ອັດຕາການທໍໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ແມ່ນຢູ່ໃນລະດັບສູງ ຊຶ່ງຄິດເປັນ ປະມານ 40 ເປີເຊັນຂອງອັດການສູນເສຍປ່າໄມ້ທັງໝົດທົ່ວປະເທດ.

WhatsApp Image 2021-02-02 At 10.34.43 AM

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: “ພັກ ແລະ ລັດຂອງພວກເຮົາໄດ້ໃຫ້ຄວາມສໍາຄັນຫລາຍ ຕໍ່ວຽກງານປ່າໄມ້ ຊຶ່ງຍາມໃດກໍ່ໄດ້ເອົາໃຈໃສ່ ປັບປຸງ ແລະ ແກ້ໄຂ ວຽກງານການນໍາໃຊ້ທີ່ດິນ, ການປົກປັກຮັກສາປ່າໄມ້ ແລະ ສົ່ງເສີມການຟື້ນຟູປ່າ ໃຫ້ເປັນໄປຕາມກົດໝາຍວ່າດ້ວຍປ່າໄມ້, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໂດຍສະເພາະແນວທາງການພັດທະນາໃຫມ່ ຕາມຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030.” “ໂຄງການນີ້ມີຄວາມສໍາຄັນຕໍ່ການສົ່ງເສີມການພັດທະນາເສດຖະກິດໃຫ້ເຕີບໂຕ ຕາມທິດສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ການນໍາໃຊ້ທີ່ດິນໃນເຂດຊົນນະບົດ ແບບມີສ່ວນຮ່ວມ ແລະ ມີການວາງແຜນ ແບບລວມສູນ, ເພື່ອສ້າງຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ.”

ພາກເໜືອຂອງປະເທດເປັນເຂດພູດອຍ ແລະ ມີປະຊາຊົນຫຼາຍກ່ວາ 20 ຊົນເຜົ່າອາໃສຢູ່. ການເຂົ້າເຖິງ ຫລື ໄປມາຫາສູ່ ມີຄວາມຫຍຸ້ງຍາກ, ການກໍ່ສ້າງພື້ນຖານໂຄງລ່າງມີບໍ່ຫລາຍ ຊື່ງເປັນສາເຫດຫນຶ່ງ ເຮັດໃຫ້ ວັດທະນະທຳຊົນເຜົ່າຕ່າງໆ ສາມາດຫລົງເຫລືອ ຫລື ຖືກອະນຸລັກ ມາເຖິງທຸກວັນນີ້. ເຖິງຢ່າງໃດກໍຕາມ, ລັກສະນະ ແລະ  ຈຸດພິເສດດັ່ງກ່າວ ເປັນອຸປະສັກ ແລະ ສິ່ງທ້າທາຍ ສໍາລັບການສ້າງວຽກເຮັດງານທໍາ ຫລື ການປະກອບອາຊີບຂອງປະຊາຊົນທ້ອງຖິ່ນ, ການຄົມມະນາຄົມ, ການເຂົ້າເຖິງການບໍລິການດ້ານສະຫວັດດີການສັງຄົມ ແລະ ການສົ່ງເສີມການຜະລິດເປັນສິນຄ້າ.

ໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່  (ຄປຊ) ຈະເພີ່ມທະວີຄວາມເຂັ້ມແຂງດ້ານການຄຸ້ມຄອງປ່າໄມ້,  ການວາງແຜນນໍາໃຊ້ທີ່ດິນ, ການພັດທະນາທາງເລືອກດ້ານອາຊີບ ແລະ ຄຸ້ມຄອງລະບົບນິເວດປ່າໄມ້ໃຫ້ຍືນຍົງແບບມີການປະສານສົມທົບກັບຫຼາຍພາກສ່ວນ ຢູ່ພາກເໜືອຂອງລາວ. ນອກຈາກນີ້, ໂຄງການ ຈະຄົ້ນຄວ້າ ແລະ ຈັດສັນ ການແບ່ງປັນຜົນປະໂຫຍດ ໃຫ້ຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນການມີສ່ວນຮ່ວມ ແລະ ການເປັນການຮ່ວມກັນຂອງທຸກໆພາກສ່ວນ ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຜົນ ຕາມລະດັບຄາດຫມາຍ. ທ່ານ ນິໂຄລາ ພອນທະຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ “ຮູບແບບການຈ່າຍຄ່າຕອບແທນຕາມຜົນງານຂອງໂຄງການ ເປັນສ່ວນຫນຶ່ງຂອງການສະໜັບສະໜູນ ຈາກທະນາຄານໂລກ ເພື່ອຊຸກຍູ້ລັດຖະບານ ລາວ ດ້ານຄຸ້ມຄອງພູມີທັດປ່າໄມ້ ແລະ ຟື້ນຟູດ້ານເສດຖະກິດຕາມທິດສີຂຽວ ແລະ ຍືນຍົງ. ເງິນທີ່ໄດ້ຮັບຈາກການຈ່າຍຕອບແທນຕາມຜົນງານຈະຊ່ວຍຫລຸດຜ່ອນການປ່ອຍອອກທາດອາຍເຮືອນແກ້ວຄຽງຄູ່ກັບ ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ ທີ່ອາໄສຊັບພະຍາກອນປ່າໄມ້ໃນການດໍາລົງຊີວິດ.”

ສປປ ລາວ ເປັນປະເທດທີ 3 ໃນເຂດອາຊີ ທີ່ໄດ້ເຊັນສັນຍາ ERPA ຮ່ວມກັບທະນາຄານໂລກ (ກອງທຶນຄູ່ຮ່ວມກາກບອນປ່າໄມ້) ຫລັງຈາກອິນໂດເນເຊຍ ແລະ ຫວຽດນາມ, ແລະ ເປັນປະເທດ ທີ 9 ໃນໂລກ. ມູນຄ່າທັງໝົດຂອງສັນຍາ ທີ່ທະນາຄານໂລກໄດ້ລົງນາມກັບ ປະເທດຕ່າງໆໃນໂລກ ລວມມີ ສປປ ລາວ, ຊີລີ, ຄັອດສຕາ ຣີກາ, ໄອວໍຣີ່ຄົດ, ສາທາລະນະລັດປະຊາທິປະໄຕຄອງໂກ, ການາ ແລະ ໂມຊໍາບິກມີມູນຄ່າປະມານ 500 ລ້ານໂດລາສາຫະລັດ. ຄາດວ່າ ປະເທດທີ່ຍັງບໍ່ທັນໄດ້ເຊັນສັນຍາຈະມີການເຊັນສັນຍາຊື້-ຂາຍສິນເຊື່ອກາກບອປ່າໄມ້ ໃນຕົ້ນປີ 2021 ນີ້.   ກອງທຶນກາກບອນປ່າໄມ້ແມ່ນການຮ່ວມມືລະດັບໂລກຂອງພາກລັດ, ທຸລະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ຕົວແທນຊົນເຜົ່າ ເພື່ອຫຼຸດຜ່ອນການປ່ອຍອອກອາຍເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ, ການຄຸ້ມຄອງປ່າໄມ້ ແບບຍືນຍົງ ແລະ ການອະນຸລັກແຫຼ່ງເກັບກັກ ທາດກາກບອນ ຫຼື REDD+ ຢູ່ໃນ ປະເທດທີ່ກຳລັງພັດທະນາ. ເລີ່ມຈາກ ປີ 2008, ກອງທຶນກາກບອນປ່າໄມ້ ຮ່ວມກັບ 47 ປະເທດ ທີ່ກຳລັງພັດທະນາ ໃນເຂດ ອາຟຣິກາ, ອາຊີ, ອາເມລິກາລາຕິນ ແລະ ຄາຣີບຽນ, ພ້ອມດ້ວຍຜູ້ໃຫ້ທຶນ (ຈາກ 17 ເເຫຼ່ງທຶນ) ໄດ້ປະກອບສ່ວນເປັນມູນຄ່າ 1,3 ຕື້ໂດລາສາຫະລັດ.

ຂອບໜ້າວຽກຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ(ESMF)

ຂະບວນການມີສ່ວນຮ່ວມຂອງຊູມຊົນ(CEF)

​ແຜນ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ (ESCP) ຂອງ​ໂຄງ​ການ​ພູ​ມີ​ທັດ ແລະ ຊີ​ວິດ​ກາ​ນ​ເປັນ​ຢູ່ ສ ປ​ປ ລາວ

ແຜນ​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ສ່ວນ​ກ່ຽວ​ຂ້ອງ(SEP) ຂອງ​ໂຄງ​ການ​ພູ​ມີ​ທັດ ແລະ ຊີ​ວິດ​ການ​ເປັ​​ນຢູ່ ສ ປ​ປ ລາວ

ເອກະສານສະບັບນີ້ ສະເຫນີແຜນການແບ່ງປັນຜົນປະໂຫຍດ (ຜບຜ ຫລື BSP) ສໍາລັບ ການຈັດຕັ້ງ ໂຄງການ ຫລຸດຜ່ອນທາດອາຍເຮືອນແກ້ວ (ຫລື ໂຄງການ ER) ຂອງລາວ ຊື່ງມີຊື່ເຕັມວ່າ ໂຄງການ ສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້, ການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (ໂຄງການ ປປພຊ ຫລື GFLL) ຢູ່ 6 ແຂວງພາກເຫນືອຂອງ ສປປ ລາວ ແລະ ໄດ້ຮັບການຮັບຮອງໂດຍ ກອງທຶນກາກບອນ (Carbon Fund) ໃນປີ 2018. ຜບຜ ໄດ້ຖືກສ້າງຂື້ນ ບົນພື້ນຖານ ການກໍານົດກົນໄກການແບ່ງປັນຜົນປະໂຫຍດ ໃນເອກະສານໂຄງການ ERPD ຊື່ງໄດ້ນໍາສະເຫນີ (ໃນປີ 2018) ແລະ ຜົນຈາກການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ຊື່ງໄດ້ຈັດຕັ້ງຢູ່ໃນຫລາຍລະດັບ ມີຫລາຍຮູບແບບ.

ເອກະສານນີ້ ແມ່ນເປີດໃຫ້ສາທາບະນະ ເພື່ອໃຫ້ມີຄໍາເຫັນ. ຖ້າທ່ານໃດມີຄໍາເຫັນກະລຸນາຕິດຕໍ່ຫາ ພະແນກ ຫຼຸດຜ່ອນອາຍຜິດເຮືອນແກ້ວຈາກການທຳລາຍປ່າໄມ້, ກົມປ່າໄມ້ ຜ່ານທາງອີເມວດ້ານລຸ່ມນີ້
1. khamsaneok@gmail.com
2. homnamfonfifa@gmail.com (cc)
3. c.souchitta@gmail.com (cc)
ໂຄງການສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້, ການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (ໂຄງການ ປປພຊ ຫຼື GFLL ) ຢູ່ພາກເໜືອຂອງລາວ
ແຜນແບ່ງປັນຜົນປະໂຫຍດ (ຮ່າງທີ່ຜ່ານການປັບປຸງຫຼາຍຄັ້ງ)

This document presents the Benefit Sharing Plan (BSP) for the implementation of the Emission Reductions (ER) Program titled Governance, Forest Landscapes and Livelihoods – Northern Laos (GFLL) in six northern provinces of Lao PDR approved by the Carbon Fund in 2018. The BSP builds on the indicative benefit sharing arrangements proposed in the Emission Reductions Program Document (ERPD) and is a result of broad stakeholder consultation

This document are for public comments. Any comments should be forward to REDD+ Division, Department of Forestry through the email listed below
1. khamsaneok@gmail.com
2. homnamfonfifa@gmail.com (cc)
3. c.souchitta@gmail.com (cc)

Governance, Forest Landscapes and Livelihoods – Northern Laos (GFLL)

Benefit Sharing Plan (Advanced Draft)

BSP in Eng

 

ໂຄງການ ແລະ ລະບົບຖານຂໍ້ມູນ

LaoPDR SUFORD REDD LAO PDR